ຂ່າວສານ

ສະມາຊິກພັກ ນຳໜ້າໃນການນຳມະຕິຂອງພັກເຂົ້າສູ່ຊີວິດຕົວຈິງ

      ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ມີຫຼາຍລັດຖະນະໂຍບາຍທີ່ສຳຄັນກ່ຽວກັບການພັດທະນາ ເສດຖະກິດ, ສັງຄົມ ຢູ່ເຂດຂອງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ.
ຕາແສງ ກ໋າຍວຽນ, ຮ່າກ໋ວາງ (ພາບ:  haquang.caobang.gov.vn)
      ການດຳລົງຊີວິດດ້ານເສດຖະກິດຂອງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍຢູ່ຕາແສງ ລຸກຄູ, ເມືອງຮ່າກ໋ວາງ, ແຂວງ ກວາບັ່ງ ໄດ້ຍົກສູງຂຶ້ນຢ່າງຈະແຈ້ງນັ້ນ ແມ່ນໝາກຜົນຂອງການນຳໃຊ້ບັນດາແນວພັນຕົ້ນສະບຽງອາຫານໃໝ່, ອາຊີບລ້ຽງສັດ, ການນຳໃຊ້ຮູບແບບສະຫະກອນແບບໃໝ່ເຂົ້າໃນການຜະລິດກະສິກຳໂດຍສະມາຊິກພັກນຳໜ້າປະຕິບັດ… ທ່ານນາງ ຫວຽນເລິມທິຕູ໊ແອງ, ເລຂາຄະນະພັກເມືອງ ຮ່າກ໋ວາງ ໃຫ້ຮູ້ວ່າ:
        ໃນໄລຍະທີ່ຜ່ານມາ ບັນດາພະນັກງານ, ສະມາຊິກພັກ ໄດ້ເສີມຂະຫຍາຍບົດບາດຂອງຕົນເປັນຢ່າງດີ, ເປັນແກ່ນສານຂອງບັນດາໜ່ວຍພັກ ກໍ່ຄືໃນບັນດາອົງການຈັດຕັ້ງໝູ່ຄະນະ. ມີສະມາຊິກພັກບາງຄົນ ໄດ້ຂົນຂວາຍໃຫ້ປະຊາຊົນຮ່ວມເດີນທາງ, ຮ່ວມເຮັດວຽກ, ນັ້ນແມ່ນບົດບາດເປັນແບບຢ່າງ.
            ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ມີຫຼາຍລັດຖະນະໂຍບາຍທີ່ສຳຄັນກ່ຽວກັບການພັດທະນາ ເສດຖະກິດ, ສັງຄົມ ຢູ່ເຂດຂອງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ. ແລະດ້ວຍຄວາມຕະລຸມບອນ, ເປັນແບບຢ່າງທີ່ດີຂອງບັນດາສະມາຊິກພັກເຂດພູສູງນັ້ນຈະແມ່ນປັດໄຈຫຼັກແຫຼ່ງ ຊ່ວຍນຳມະຕິຂອງພັກເຂົ້າສູ່ຊີວິດຕົວຈິງ.
(ແຫຼ່ງຄັດຈາກ VOV)


top