ຂ່າວສານ

ສະມາຊິກຊາວໜຸ່ມ, ໄວໜຸ່ມເກືອບ 500 ຄົນ ເຂົ້າຮ່ວມບັ້ນເຄື່ອນໄຫວທະເລຫວຽດນາມຂຽວ

ຕອນເຊົ້າວັນທີ 26 ພຶດສະພາ, ທີ່ຫາດຊາຍທະເລ ແທງເຄ, ຄະນະຊາວໜຸ່ມນະຄອນ ດ່າໜັງ ໄດ້ຈັດຕັ້ງພິທີປຸກລະດົມບັ້ນເຄື່ອນໄຫວທະເລ ຫວຽດນາມ ຂຽວ ແລະ ການເຄື່ອນໄຫວເຄື່ອນພົນເຮັດອະນາໄມສິ່ງແວດລ້ອມທະເລປີ 2018.

ຊາວໜຸ່ມພ້ອມກັນເກັບຂີ້ເຫຍື່ອຢູ່ທະເລໃຫ້ສະອາດ (ພາບ: baotainguyenmoitruong.vn)
ບັ້ນເຄື່ອນໄຫວທະເລ ຫວຽດນາມ ຂຽວ ໄດ້ຖືກຈັດຕັັ້ງພ້ອມໆກັນຢູ່ 5 ແຂວງ, ນະຄອນຄື: ແທງຮ໋ວາ, ເງະອານ, ກວາງບີງ, ກວາງຈິ ແລະ ດ່າໜັງ ແຕ່ວັນທີ 18 – 26 ພຶດສະພາ ປີ 2018 ດ້ວຍສານທີ່ວ່າ ທະເລສະອາດ, ທະເລສະອາດເພື່ອການທ່ອງທ່ຽວ, ທະເລສະອາດແບບຍືນຍົງ. ຈຸດປະສົງຂອງບັ້ນເຄື່ອນໄຫວດັ່ງກ່າວແມ່ນຮຽກຮ້ອງຊາວໜຸ່ມອາສາສະໝັກ, ທຸກອົງການຈັດຕັ້ງ, ສ່ວນບຸກຄົນພ້ອມກັນເກັບຂີ້ເຫຍື່ອຢູ່ທະເລໃຫ້ສະອາດ, ເພື່ອສິ່ງແວດລ້ອມທະເລຂຽວ. ຈາກນັ້ນ, ຍົກສູງຄວາມຮັບຮູ້ຂອງບັນດາສະມາຊິກຊາວໜຸ່ມ, ໄວໜຸ່ມ, ປະຊາຊົນກ່ຽວກັບຄວາມສຳຄັນຂອງການປົກປັກຮັກສາສິ່ງແວດລ້ອມທະເລ ແລະ ເພື່ອອະນາຄົດທະເລປອດຂີ້ເຫຍື່ອ.
(ແຫຼ່ງຄັດຈາກ VOV)

top