ຂ່າວສານ

ສະມາຄົມອາຊີບການປະມົງ ຫວຽດນາມ ຄັດຄ້ານ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກ ພຽງລຳພັງຝ່າຍດຽວ

ເລີ່ມມີຜົນສັກສິດນັບແຕ່ວັນທີ 1 ພຶດສະພາ 2023 ຫາ ວັນທີ 16 ສິງຫາ 2023, ເຊິ່ງລວມທັງເຂດທະເລໝູ່ເກາະ ຮ່ວາງຊາ ຂອງ ຫວຽດນາມ.
  ກຳປັ່ນຫາປາຂອງຊາວປະມົງ. (ພາບ: TTXVN)  

ສະມາຄົມອາຊີບການປະມົງ ຫວຽດນາມ ຫາກໍ່ມີເອກະສານທາງການຝາກເຖິງຫ້ອງວ່າການລັດຖະບານ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ກະຊວງການຕ່າງປະເທດ; ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ; ຄະນະໂຄສະນາສຶກສາສູນກາງພັກ ກ່ຽວກັບເລື່ອງຄັດຄ້ານ ຝ່າຍຈີນ ຫ້າມຫາປາ ຢູ່ທະເລຕາເວັນອອກ ປີ 2023 ພຽງລຳພັງຝ່າຍດຽວ. ຫວ່າງແລ້ວນີ້, ຝ່າຍຈີນ ໄດ້ປະກາດໃຊ້ ຄຳສັ່ງຫ້າມຫາປາປະຈຳປີໃນທະເລຕາເວັນອອກ, ເລີ່ມມີຜົນສັກສິດນັບແຕ່ວັນທີ 1 ພຶດສະພາ 2023 ຫາ ວັນທີ 16 ສິງຫາ 2023, ເຊິ່ງລວມທັງເຂດທະເລໝູ່ເກາະ ຮ່ວາງຊາ ຂອງ ຫວຽດນາມ.

ຕາມສະມາຄົມອາຊີບການປະມົງ ຫວຽດນາມ ແລ້ວ, ນີ້ແມ່ນຄຳສັ່ງເກືອດຫ້າມພຽງລຳພັງຝ່າຍດຽວ ແລະ ໄຮ້ເຫດຜົນຂອງຝ່າຍຈີນ, ເຊິ່ງໄດ້ລະເມີດອະທິປະໄຕ, ບັນດາສິດ ແລະ ຜົນປະໂຫຍດທາງທະເລ, ໝູ່ເກາະຂອງ ຫວຽດນາມ ຢ່າງຮ້າຍແຮງ; ລະເມີດກົດໝາຍສາກົນ; ໃນນັ້ນມີສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS); ໄປຝືນກັບຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC). ສະມາຄົມອາຊີບການປະມົງ ຫວຽດນາມ ຮຽກຮ້ອງໃຫ້ຝ່າຍຈີນ ຢຸດຕິຄຳສັ່ງເກືອດຫ້າມຫາປາທີ່ໄຮ້້ເຫດຜົນນີ້ຢູ່ເຂດທະເລ ຮ່ວາງຊາຂອງ ຫວຽດນາມ ໃນທັນທີ.


top