ຂ່າວສານ

ສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນໂຮ່ຈີມິນ ເພີ່ມທະວີການຮ່ວມມືກັບ ລາວ

ສອງຝ່າຍໄດ້ເຫັນດີເປັນເອກະພາບນຳກັນວ່າສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນໂຮ່ຈີມິນ ແລະ ສະມາຄົມມິດຕະພາບ ລາວ - ຫວຽດນາມ ຄວນສືບຕໍ່ຍູ້ແຮງບັນດາລາຍການ

ທ່ານ ວິໄລວົງ ບຸດດາຄຳ ມອບຂອງຂວັນໃຫ້ທ່ານ ຮິ່ງແກັກມ້າງ 

ຕອນຄ່ຳວັນທີ 29 ສິງຫາ, ທີ່ສຳນັກງານສະຫະພັນບັນດາອົງການມິດຕະພາບ ນະຄອນໂຮ່ຈີມິນ, ທ່ານ ຮິ່ງແກັກມ້າງ, ຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ, ປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນໂຮ່ຈີມິນ, ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສູນກາງສະມາຄົມມິດຕະພາບ ລາວ - ຫວຽດນາມ ໂດຍທ່ານ ວິໄລວົງ ບຸດດາຄຳ, ຫົວໜ້າກຳມາທິການແຜນການ - ການເງິນ ແລະ ກວດສອບບັນຊີຂອງສະພາແຫ່ງຊາດ ສປປ ລາວ, ປະທານສູນກາງສະມາຄົມມິດຕະພາບ ລາວ - ຫວຽດນາມ, ນຳໜ້າ.

        ສອງຝ່າຍໄດ້ເຫັນດີເປັນເອກະພາບນຳກັນວ່າສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນໂຮ່ຈີມິນ ແລະ ສະມາຄົມມິດຕະພາບ ລາວ - ຫວຽດນາມ ຄວນສືບຕໍ່ຍູ້ແຮງບັນດາລາຍການ, ການເຄື່ອນໄຫວຮ່ວມມືມິດຕະພາບເພື່ອປະກອບສ່ວນນຳການພົວພັນແບບພິເສດ ຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາແບບຍືນຍົງ.

(ແຫຼ່ງຄັດຈາກ VOV)



top