ຂ່າວສານ

ສະມາຄົມມິດຕະພາບ ລາວ - ຫວຽດນາມ ແມ່ນໜຶ່ງໃນບັນດາຂົວເຊື່ອມຕໍ່ສຳຄັນເພື່ອໃຫ້ປະຊາຊົນ 2 ປະເທດມີຄວາມສະໜິດຕິດພັນກັນກວ່າອີກ

ທ່ານປະທານປະເທດ ຫວໍວັນເຖືອງ ເນັ້ນໜັກວ່າ ສະມາຄົມມິດຕະພາບ ລາວ - ຫວຽດນາມ ແມ່ນໜຶ່ງໃນບັນດາຂົວເຊື່ອມຕໍ່ສຳຄັນເພື່ອໃຫ້ປະຊາຊົນ 2 ປະເທດມີຄວາມສະໜິດຕິດພັນກັນຫຼາຍກວ່າ
(ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບທ່ານປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ ບໍ່ວຽງຄຳ ວົງດາລາ)

ໃນຂອບເຂດການຢ້ຽມຢາມປະເທດ ລາວ ຢ່າງເປັນທາງການ, ຕອນບ່າຍວັນທີ 10 ເມສາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຕ້ອນຮັບທ່ານປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ ບໍ່ວຽງຄຳ ວົງດາລາ ເຂົ້າຢ້ຽມຂ່ຳນັບ.

ທ່ານປະທານປະເທດ ຫວໍວັນເຖືອງ ເນັ້ນໜັກວ່າ ສະມາຄົມມິດຕະພາບ ລາວ - ຫວຽດນາມ ແມ່ນໜຶ່ງໃນບັນດາຂົວເຊື່ອມຕໍ່ສຳຄັນເພື່ອໃຫ້ປະຊາຊົນ 2 ປະເທດມີຄວາມສະໜິດຕິດພັນກັນຫຼາຍກວ່າ ບົນຈິດໃຈອຸ້ມຊູຊ່ວຍເຫລືອຊຶ່ງກັນແລະກັນ; ສະເໜີໃຫ້ສະມາຄົມ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ມີບັນດາຮູບແບບທີ່ເໝາະສົມ, ແທດຈິງ, ຈັດຕັ້ງບັນດາລາຍການ, ການເຄື່ອນໄຫວພົບປະແລກປ່ຽນປະຊາຊົນໃຫ້ເປັນຢ່າງດີ, ສ້າງກຳລັງແຜ່ຂະຫຍາຍ, ສ້າງຄວາມສະໜິດຕິດພັນລະຫວ່າງປະຊາຊົນທຸກຊັ້ນວັນນະ, ພິເສດແມ່ນລຸ້ນໜຸ່ມຂອງ 2 ປະເທດ.

ສ່ວນທ່ານປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ ບໍ່ວຽງຄຳ ວົງດາລາ ໄດ້ລາຍງານຕໍ່ທ່ານປະທານປະເທດ ຫວໍວັນເຖືອງ ກ່ຽວກັບບັນດາການເຄື່ອນໄຫວສະເຫຼີມສະຫຼອງທີ່ຫຼາຍຮູບຫຼາຍແບບ, ອຸດົມສົມບູນຂອງສະມາຄົມໃນປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫຽດນາມ 2022. ທ່ານເນັ້ນໜັກວ່າ, ສະມາຄົມມິດຕະພາບ ລາວ - ຫວຽດນາມ ຈະສືບຕໍ່ຮ່ວມມືກັບສະມາຄົມມິດຕະພາບ ຫວຽດນາມ - ລາວ ໃຫ້ຫຼາຍກວ່າອີກ.


top