ຂ່າວສານ

ສະມາຄົມພຸດທະສາສະໜາທຸກຂັ້ນ ແລະ ພຸດທະສາສະນິກກະຊົນ ໄດ້ມິການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີກຸ້ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ

ເນື່ອງໃນໂອກາດວັນບຸນວິສາຂະບູຊາ ພສ. 2566, ທ່ານ ໂດະວັນຈ໊ຽນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ສົ່ງຈົດໝາຍອວຍພອນໄປຍັງຜູ້ມີຍົດສັກຕຳແໜ່ງທາງສາສະໜາ ພ້ອມດ້ວຍ ຄູບາ, ສຳມະເນນ, ພຸດທະສາສະນິກກະຊົນ.
  ທ່ານ ໂດະວັນຈ໊ຽນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ມາຢ້ຽມຢາມເນື່ອງໃນໂອກາດວັນສ້າງຕັ້ງສະມາຄົມພຸດທະສາສະໜາ ຫວຽດນາມ ຄົບຮອບ 40 ປີ (ພາບປະກອບ: TTXVN)   

ໃນຈົດໝາຍອວຍພອນ, ທ່ານ ໂດະວັນຈ໊ຽນ ຕີລາຄາສູງສະມາຄົມພຸດທະສາສະໜາຂັ້ນຕ່າງໆ ແລະ ພຸດທະສາສະນິກກະຊົນ ໄດ້ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ວັນບຸນວິສາຂະບູຊາປີນີ້ຖືກດຳເນີນໃນສະພາບການສະມາຄົມພຸດທະສາສະໜາ ຫວຽດນາມ ພວມຈັດຕັ້ງກອງປະຊຸມໃຫຍ່ພຸດທະສາສະໜາບັນດາແຂວງ, ນະຄອນ, ມຸ່ງໄປເຖິງການຈັດກອງປະຊຸມໃຫຍ່ຜູ້ແທນພຸດທະສາສະໜາທົ່ວປະເທດຄັ້ງທິ IX, ອາຍຸການ 2022 – 2027. ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ປາດຖະໜາວ່າ ຢາກໃຫ້ສະມາຄົມພຸດທະສາສະໜາ ຫວຽດນາມ ພ້ອມດ້ວຍພຸດທະສາສະນິກກະຊົນຢູ່ພາຍໃນ ແລະ ຕ່າງປະເທດເສີມຂະຫຍາຍມູນເຊື້ອ ປົກປັກຮັກສາປະເທດຊາດ ແລະ ນຳມາເຊິ່ງຄວາມສະຫງົບສຸກໃຫ້ແກ່ປະຊາຊົນ, ມີການປະກອບສ່ວນຢ່າງແທດຈິງຫຼາຍ່າງເຂົ້າໃນຜົນສຳເລັດຂອງກອງປະຊຸມໃຫຍ່ສະມາຄົມພຸດທະສາສະໜາຂັ້ນຕ່າງໆ ກໍຄື ພາລະກິດສ້າງສາ ແລະ ພັດທະນາປະເທດ ຫວຽດນາມ ຮຸ່ງເຮືອງສີລິໄລ ແລະ ຜາສຸກ.


top