ຂ່າວສານ

ສະມາຄົມພຸດທະສາສະຫນາຫວຽດນາມແມ່ນຂົວຕໍ່ຢ່າງແຫນ້ນຫນາລະຫວ່າງພັກ,ລັດ,ແນວໂຮມປະເທດຊາດກັບພະສົງສຳມະເນນ

ເນື່ອງໃນໂອກາດວັນບຸນວິສາຂະບູຊາ ພສ 2562, ວັນທີ 24 ພຶດສະພາ ທ່ານ ເຫົ່າອາເລັ່ງ ຮອງປະທານ, ເລຂາທິການໃຫຍ່ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ລົງຢ້ຽມຢາມ, ອວຍພອນພະອາຈານມະຫາ ທິກບ໋າວງຽມ ຮອງປະທານສະພາບໍລິຫານງານສູນກາງສະມາຄົມພຸດທະສາສະຫນາຫວຽດນາມ, ຫົວຫນ້າຄະນະບໍລິຫານງານສະມາຄົມພຸດທະສາສະຫນານະຄອນຮ່າໂນ້ຍ ແລະ ແຂວງ ຮ່າຕີ້ງ ຢູ່ ວັດ ບ່າດາ ເມືອງ ຮ່ວານກຽມ ນະຄອນ ຮ່າໂນ້ຍ.

ທ່ານ ເຫົ່າອາເລັ່ງ ຮອງປະທານ, ເລຂາທິການໃຫຍ່ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ພວຍພອນສະມາຄົມພຸດທະສາສະຫນາເນື່ອງໃນໂອກາດວັນບຸນ   ວິສາຂະບູຊາ   
ທ່ານ ເຫົ່າອາເລັ່ງ ຮອງປະທານ, ເລຂາທິການໃຫຍ່ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ  ໄດ້ສົ່ງຄຳພວຍພອນເນື່ອງໃນໂອກາດວັນບຸນວິສາຂະບູຊາ ເຖິງ ພະອາຈານມະຫາ ທິກບ໋າວງຽມ ພ້ອມກັບບັນດາການນຳສະມາຄົມພຸດທະສາສະຫນາ ແລະ ຜູ້ມີຍົດສັກຕຳແຫນ່ງ, ພະສົງສຳມະເນນຂຶ້ນກັບສະມາຄົມພຸດທະສາສະຫນາຫວຽດນາມ ແລະ ສາສະນິກະຊົນທຸກຖ້ວນຫນ້າທັງຢູ່ພາຍໃນ ແລະ ຕ່າງປະເທດ ຕ້ອນຮັບວັນບຸນຢ່າງເບີກບານມ່ວນຊື່ນ ມີຄວາມຜາສຸກ, ສະຫນິດຕິດພັນ ແລະ ຮ່ວມເດີນທາງໃນກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ.  ທ່ານ ເຫົ່າອາເລັ່ງ ປາດຖະຫນາຢາກພະອາຈານມະຫາ ທິກບ໋າວງຽມ ພ້ອມກັບສະມາຄົມພຸດທະສາສະຫນາຫວຽດນາມ ສືບຕໍ່ເສີມຂະຫຍາຍເປັນຂົວຕໍ່ຢ່າງແຫນ້ນຫນາລະຫວ່າງພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ ກັບພະສົງສຳມະເນນພຸດທະສາສະນິກະຊົນຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອສືບຕໍ່ປະຕິບັດທິດນຳ “ທຳມະ - ປະເທດຊາດ - ສັງຄົມນິຍົມ” ເປັນຢ່າງດີ. ສະມາຄົມພຸດທະສາສະຫນາຫວຽດນາມ ພວມຕັ້ງຫນ້າກະກຽມໃຫ້ແກ່ເຫດການສຳຄັນມີລະດັບສາກົນໃນປີ 2019, ເມື່ອເປັນເຈົ້າພາບຈັດຕັ້ງວັນບຸນວິສາຂະບູຊາ ສປຊ (Vesak 2019).
(ແຫຼ່ງຄັດຈາກ VOV)

top