ຂ່າວສານ

ສະມາຄົມຜູ້ອາຍຸສູງສືບຕໍ່ເສີມຂະຫຍາຍບົດຮຽນເຂົ້າຮ່ວມການຕິດຕາມກວດກາ, ຕີລາຄາສັງຄົມ

ສະມາຄົມຜູ້ອາຍຸສູງ ສືບຕໍ່ເສີມຂະຫຍາຍບົດຮຽນອັນລ້ຳຄ່າ ເພື່ອເຂົ້າຮ່ວມການຕິດຕາມກວດກາ, ຕີລາຄາສັງຄົມ, ກໍ່ສ້າງພັກ, ອຳນາດການປົກຄອງໃຫ້ປອດໄສ, ໝັ້ນຄົງເຂັ້ມແຂງ.
ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ. (ພາບ: TTXVN)

ຕອນເຊົ້າວັນທີ 14 ມັງກອນ, ຢູ່ ຮ່າໂນ້ຍ, ສະມາຄົມຜູ້ອາຍຸສູງ ຫວຽດນາມ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ 6, ອາຍຸການ 2021 – 2026. ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ສະເໜີວ່າ: ສະມາຄົມຜູ້ອາຍຸສູງ ສືບຕໍ່ເສີມຂະຫຍາຍບົດຮຽນອັນລ້ຳຄ່າ ເພື່ອເຂົ້າຮ່ວມການຕິດຕາມກວດກາ, ຕີລາຄາສັງຄົມ, ກໍ່ສ້າງພັກ, ອຳນາດການປົກຄອງໃຫ້ປອດໄສ, ໝັ້ນຄົງເຂັ້ມແຂງ. ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໃຫ້ຮູ້ວ່າ:

        “ສະມາຄົມຕ້ອງປະຕິບັດບົດບາດແກ່ນສານໃນການເບິ່ງແຍງດູແລສຸຂະພາບ, ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈໃຫ້ຜູ້ອາຍຸສູງກວ່າອີກ; ຕ້ອງຫັນເນື້ອໃນ, ຮູບການເບິ່ງແຍງດູແລຜູ້ອາຍຸສູງເປັນຫຼາຍຮູບຫຼາຍແບບກວ່າອີກ. ຜູ້ອາຍຸສູງ ແລະ ອົງການຈັດຕັ້ງສະມາຄົມ ຈົ່ງສືບຕໍ່ເສີມຂະຫຍາຍພູມປັນຍາ ແລະ ບົດຮຽນ, ຕັ້ງໜ້າເຂົ້າຮ່ວມບັນດາບັ້ນຂົນຂວາຍ, ຂະບວນການແຂ່ງຂັນຮັກຊາດ, ສົ່ງເສີມການຮຽນ, ສົ່ງເສີມຜູ້ເກັ່ງກ້າສາມາດ; ລະດົມໃຫ້ລູກຫຼານມີເຈດຈຳນົງບືນຕົວຂຶ້ນໃນການຮໍ່າຮຽນ, ໃນການປະຕິບັດໜ້າທີ່ວຽກງານ, ຜະລິດ, ດຳເນີນທຸລະກິດ”.

(ແຫຼ່ງຄັດຈາກ VOV)


top