ຂ່າວສານ

ສະມາຄົມຊາວກະສິກອນ ຫວຽດນາມ ແລະ ແນວລາວສ້າງຊາດ ເພີ່ມທະວີການຮ່ວມມື

ສະມາຄົມຊາວກະສິກອນ ຫວຽດນາມ ຈະສືບຕໍ່ສະໜັບສະໜູນ ແລະ ໜູນຊ່ວຍສູນກາງແນວລາວສ້າງຊາດ ໃນການສ້າງສະມາຄົມຊາວກະສິກອນ ລາວ, ກໍ່ຄືແບ່ງປັນປະສົບການ ແລະ ບົດຮຽນໃນການເຄື່ອນໄຫວຂອງສະມາຄົມ.
(ທີ່ການພົບປະເຈລະຈາ)

ຕອນບ່າຍວັນທີ 05 ມີນາ, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ຈັດການພົບປະເຈລະຈາ 2 ຝ່າຍລະຫວ່າງສູນກາງສະມາຄົມຊາວກະສິກອນ ຫວຽດນາມ ແລະ ສູນກາງແນວລາວສ້າງຊາດ.      

ທີ່ການພົບປະເຈລະຈາ, ທ່ານ ເລືອງກວັກດ່ວານ, ປະທານສະມາຄົມຊາວກະສິກອນ ຫວຽດນາມ ຢືນຢັນວ່າ, ສະມາຄົມຊາວກະສິກອນ ຫວຽດນາມ ຈະສືບຕໍ່ສະໜັບສະໜູນ ແລະ ໜູນຊ່ວຍສູນກາງແນວລາວສ້າງຊາດ ໃນການສ້າງສະມາຄົມຊາວກະສິກອນ ລາວ, ກໍ່ຄືແບ່ງປັນປະສົບການ ແລະ ບົດຮຽນໃນການເຄື່ອນໄຫວຂອງສະມາຄົມ, ປະກອບສ່ວນຮັດແໜ້ນນ້ຳໃຈມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງ ລາວ - ຫວຽດນາມ.   

ສ່ວນທ່ານ ຄຳໄຫຼ ສີປະເສີດ, ຮອງປະທານສູນກາງແນວລາວສ້າງຊາດ ປາດຖະໜາວ່າ, ສະມາຄົມຊາວກະສິກອນ ຫວຽດນາມ ສືບຕໍ່ໜູນຊ່ວຍ ລາວ ບຳລຸງສ້າງ, ແບ່ງປັນບົດຮຽນໃຫ້ຊາວກະສິກອນ ລາວ, ປະກອບສ່ວນສ້າງສາ ແລະ ພັດທະນາເສດຖະກິດ - ສັງຄົມຂອງ ລາວ ໃຫ້ນັບມື້ນັບພັດທະນາແບບຍືນຍົງ ແລະ ມີປະສິດທິຜົນ.   

ພາຍຫຼັງການເຈລະຈາ, 2 ຝ່າຍໄດ້ເຊັ່ນບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງ ສູນກາງສະມາຄົມຊາວກະສິກອນ ຫວຽດນາມ ແລະ ສູນກາງແນວລາວ ສ້າງຊາດ.


top