ຂ່າວສານ

ສະມາຄົມຊາວກະສິກອນ ຫວຽດນາມ ມຸ່ງໄປເຖິງການປະຕິວັດກະສິກຳເຕັກໂນໂລຢີສູງ 4.0

      ສ້າງແຫຼ່ງກຳລັງໜູນຊ່ວຍຊາວກະສິກອນ. GDP ທົ່ວຂະແໜງກະສິກຳເພີ່ມຂຶ້ນ 2,9%, ທົບກ່ວາ 2 ເທົ່າເມື່ອທຽບໃສ່ປີ  2016 ແລະ ປະກອບສ່ວນເຖິງ 0,44% ເຂົ້າລະດັບເຕີບໂຕຂອງທົ່ວປະເທດ.  ບັນດາຂະບວນການແຂ່ງຂັນໃຫຍ່ຂອງ ສະມາຄົມສືບຕໍ່ພັດທະນາ
ຄືດັ່ງໄດ້ໃຫ້ຂ່າວໄປແລ້ວ, ວັນທີ 12 ມັງກອນ, ຢູ່ຮ່າໂນ້ຍ, ສູນກາງສະມາຄົມຊາວກະສິກອນ ຫວຽດນາມ ຈັດຕັ້ງ ກອງປະຊຸມຄະນະບໍລິຫານງານຄັ້ງທີ 13, ຊຸດທີ 6 (ອາຍຸການ 2013 – 2018).
        ປີ  2017, ວຽກງານສະມາຄົມ ແລະ ຂະບວນການຊາວກະສິກອນ ລ້ວນແຕ່ບັນລຸໄດ້ ແລະ ລື່ນກາຍແຜນການ, ສ້າງແຫຼ່ງກຳລັງໜູນຊ່ວຍຊາວກະສິກອນ. GDP ທົ່ວຂະແໜງກະສິກຳເພີ່ມຂຶ້ນ 2,9%, ທົບກ່ວາ 2 ເທົ່າເມື່ອທຽບໃສ່ປີ  2016 ແລະ ປະກອບສ່ວນເຖິງ 0,44% ເຂົ້າລະດັບເຕີບໂຕຂອງທົ່ວປະເທດ.  ບັນດາຂະບວນການແຂ່ງຂັນໃຫຍ່ຂອງ ສະມາຄົມສືບຕໍ່ພັດທະນາ, ເປັນຕົ້ນແມ່ນຂະບວນການຊາວກະສິກອນແຂ່ງຂັນກັບຜະລິດ, ດຳເນີນທຸລະກິດເກັ່ງ, ສາມັກຄີຊ່ວຍເຫຼືອກັນສ້າງຄວາມຮັ່ງມີ ແລະ ຫລຸດຜ່ອນຄວາມທຸກຍາກແບບຍືນຍົງມີການແຜ່ຂະຫຍາຍ ແລະ ທະວີຄູນ.
        ທີ່ກອງປະຊຸມ, ທ່ານ ຖ່າວຊວນຊູ່ງ, ກຳມະການສູນກາງພັກ, ເລຂາຄະນະພັກຊາວໜຸ່ມ ສູນກາງສະມາຄົມຊາວກະສິກອນ ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນປະທານສະມາຄົມຊາວກະສິກອນ ຫວຽດນາມ ອາຍຸການ 2013 – 2018. ກ່ຽວກັບບັນດາໜ້າທີ່ຈຸດສຸມຂອງສະມາຄົມຊາວກະສິກອນ ຫວຽດນາມ ໃນໄລຍະຈະມາເຖິງ, ທ່ານ ຖ່າວຊວນຊູ່ງ ໃຫ້ຮູ້ວ່າ:
        ກວດກາ ແລະ ປັບປຸງລະບົບນະໂຍບາຍພັດທະນາເສດຖະກິດກະສິກຳ, ພັດທະນາຊົນນະບົດ ແລະ ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງໃນທົ່ວປະເທດ. ນັ້ນແມ່ນໜຶ່ງໃນບັນດາວຽກງານຈຸດສຸມເຊິ່ງຂ້າພະເຈົ້າໄດ້ໃຫ້ບຸລິມະສິດ. ຄະນະບໍລິຫານງານສູນກາງສະມາຄົມຊາວກະສິກອນ ຫວຽດນາມ ຈະສົມທົບຢ່າງແໜ້ນແຟ້ນກັບບັນດາກະຊວງ, ຂະແໜງການ ປະຕິບັດວຽກງານຖ່າຍທອດຄວາມກ້າວໜ້າດ້ານວິທະຍາສາດ ແລະ ເຕັກໂນໂລຢີໃນຂົງເຂດກະສິກຳ ເພື່ອໃຫ້ພວກເຮົາມີຖັນແຖວຊັບພະກອນມີຄຸນນະພາບສູງຢູ່ເຂດຊົນນະບົດ. ເຮັດໄດ້ແນວນັ້ນ ຈຶ່ງຍາດໄດ້ໄຊຊະນະໃນການປະຕິວັດກະສິກຳເຕັກໂນໂລຢີສູງ (ກະສິກຳ 4.0).” 
 (ແຫຼ່ງຄັດຈາກ VOV)
 

top