ຂ່າວສານ

ສະມັດຊາໃຫຍ່ເວທີປາໄສການທ່ອງທ່ຽວລະຫວ່າງພາກພື້ນອາຊີຕາເວັນອອກ ດຳເນີນໃນລະຫວ່າງວັນທີ 25 – 27 ຕຸລາ

EATOF17 ຈະຈັດຂຶ້ນຢູ່ແຂວງ ກວ໋າງນິງ ໃນລະຫວ່າງວັນທີ 25 – 27 ຕຸລາ ດ້ວຍຫົວຂໍ້ “ການຟື້ນຟູຂອງການທ່ອງທ່ຽວພາກພື້ນ ອາຊີຕາເວັນອອກ ໃນສັງກາດເປັນປົກກະຕິໃໝ່”.
  (ພາບປະກອບ: dangcongsan.vn)  

 ວັນທີ 24 ຕຸລາ, ພະແນກຖະແຫຼງຂ່າວ ແລະ ສື່ສານແຂວງ ກວ໋າງນິງ ໃຫ້ຮູ້ວ່າ: ແຂວງ ກວາງນິງ ໄດ້ສຳເລັດທຸກວຽກງານຂອງການກະກຽມດຳເນີນສະມັດຊາໃຫຍ່ເວທີປາໄສທ່ອງທ່ຽວລະຫວ່າງພາກພື້ນ ອາຊີຕາເວັນອອກ (EATOF) ຄັ້ງທີ 17 ປີ 2022 ຕິດພັນກັບພິທີສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງ EATOF. EATOF17 ຈະຈັດຂຶ້ນຢູ່ແຂວງ ກວ໋າງນິງ ໃນລະຫວ່າງວັນທີ 25 – 27 ຕຸລາ ດ້ວຍຫົວຂໍ້ “ການຟື້ນຟູຂອງການທ່ອງທ່ຽວພາກພື້ນ ອາຊີຕາເວັນອອກ ໃນສັງກາດເປັນປົກກະຕິໃໝ່”. ພິທີໄຂຈະໄດ້ຈັດແບບເຊິ່ງໜ້າ ສົມທົບກັບທາງໄກ, ການປະຊຸມຫົວເລື່ອງສະເພາະ EATOF. ພ້ອມກັນນັ້ນ, ບັນດາຜູ້ແທນຈະເຂົ້າຮ່ວມລາຍການໄປຢ້ຽມຢາມ, ສຳຫຼວດ, ໂຄສະນາ, ແນະນຳການທ່ອງທ່ຽວແຂວງ ກວາງນິງ ຢູ່ບາງແຫ່ງທີ່ນະຄອນ ຮະລອງ, ນະຄອນ ເກິມຝ໋າ ແລະ ເມືອງ ເວິນດົນ.


top