ຂ່າວສານ

ສະມັດຊາໃຫຍ່ສະຫະປະຊາຊາດຈັດກອງປະຊຸມພິເສດກ່ຽວກັບໂລກລະບາດໂຄວິດ-19

ຄາດວ່າ, ເຫດການຈະດຳເນີນໄປໃນລະຫວ່າງວັນທີ 03 – 04 ທັນວາ, ຢູ່ນິວຢອກ, ອາເມລິກາ.

(ພາບປະກອບ: HW)

ດ້ວຍບັດສະໜັບສະໜູນ 150 ບັດ ແລະ ບັດຂາວ 43 ບັດ, ວັນທີ 05 ພະຈິກ, ສະມັດຊາໃຫຍ່ສະຫະປະຊາຊາດ ລວມມີສະມາຊິກ 193 ປະເທດໄດ້ອະນຸມັດຜ່ານມະຕິວ່າດ້ວຍການຈັດຕັ້ງກອງປະຊຸມພິເສດ ດ້ວຍຈຸດສຸມແມ່ນການປະສານງານບັນດາຄວາມມານະພະຍາຍາມຂອງວົງຄະນະຍາດສາກົນໃນການຮັບມືກັບໂລກລະບາດໂຄວິດ-19. ຄາດວ່າ, ເຫດການຈະດຳເນີນໄປໃນລະຫວ່າງວັນທີ 03 – 04 ທັນວາ, ຢູ່ນິວຢອກ, ອາເມລິກາ.

        ກອງປະຊຸມພິເສດດັ່ງກ່າວຈະມີການເຂົ້າຮ່ວມຂອງປະມຸກລັດ ແລະ ການນຳບັນດາປະເທດ. ບັນດາປະມຸກລັດບໍ່ເຂົ້າຮ່ວມກອງປະຊຸມໂດຍກົງນີ້ສາມາດສົ່ງບົດກ່າວປາໄສທີ່ໄດ້ອັດເທບໄວມີຄວາມຍາວ 5 ນາທີ ເພື່ອກ່າວປາໄສໃນກອງປະຊຸມຄັ້ງນີ້.

(ແຫຼ່ງຄັດຈາກ VOV)


top