ຂ່າວສານ

ສະມັດຊາໃຫຍ່ ສະຫະປະຊາຊາດ ໄດ້ຮັບຮອງເອົາມະຕິ ຕົກລົງສະ​ບັບ​ທີ​ສອງ

ມະຕິສະບັບນີ້ ໂດຍ ເມັກຊິໂກ ເປັນຜູ້ຮຽບຮຽງ ແລະ ໄດ້ຮັບການ ສະໜັບສະໜູນ ຈາກ ສ. ອາເມລິກາ.

(ພາບປະກອບ: TTXVN)

ວັນທີ 20 ເດືອນເມສາ, 193 ປະເທດ ສະມາຊິກ ຂອງ ສະມັດຊາໃຫຍ່ ສະຫະປະຊາຊາດ ໄດ້ຮັບຮອງເອົາມະຕິ ຕົກລົງ ສະບັບໜຶ່ງ ໂດຍຮຽກຮ້ອງໄດ້ຊົມໃຊ້ ຢາວັກແຊງ ບໍ່ວ່າຊະນິດໃດໂດຍມີ “ ຄວາມສະເໝີພາບ, ປະສິດທິຜົນ ແລະ ທັນເວລາ ” ທີ່ໄດ້ ຜະລິດໃນອະນາຄົດ ເພື່ອປ້ອງກັນ ເຊື້ອໄວຣັດ ໂຄໂຣນາ ສາຍພັນໃໝ່ ( SARS-CoV-2 ) ທີ່ກໍ່ໃຫ້ເກີດ ພະຍາດ ໂຄວິດ-19. 

     ມະຕິດັ່ງກ່າວ ໄດ້ສະແດງ ໃຫ້ເຫັນເຖິງ “ ບົດບາດ ສໍາຄັນ ຕົ້ນຕໍ ” ຂອງ ອົງການອະນາໄມໂລກ ( WHO ), ອົງການນີ້ ພວມໄດ້ຮັບ ການຕໍາຫນິ ຈາກ ສ. ອາເມລິກາ ແລະ ປະເທດ ຕ່າງໆ ກ່ຽວກັບ ວິທີການ ແກ້ໄຂ ວິກິດການ ສາທາລະນະສຸກ ຈາກພະຍາດ ໂຄວິດ-19 ກໍ່ຂຶ້ນ.  ມະຕິດັ່ງກ່າວໂດຍ ເມັກຊິໂກ ເປັນຜູ້ຮຽບຮຽງ ແລະ ໄດ້ຮັບການ ສະໜັບສະໜູນ ຈາກ ສ. ອາເມລິກາ.

 (ແຫຼ່ງຄັດຈາກ VOV)


top