ຂ່າວສານ

ສະມັດຊາໃຫຍ່ ສປຊ ປຶກສາຫາລືຮ່າງມະຕິຮຽກຮ້ອງ ອາເມລິກາ ຢຸດຕິຄຳສັ່ງຂວ້ຳບາດ ກູບາ

ຮ່າງມະຕິໄດ້ປຶກສາຫາລືມີຊື່ວ່າ “ຄວາມຈຳເປັນຂອງເລື່ອງຢຸດຕິຄຳສັ່ງຂວ້ຳບາດດ້ານເສດຖະກິດ, ການຄ້າ ແລະ ການລົງທຶນໂດຍ ອາເມລິກາ ຈັດວາງຕໍ່ກູບາ”.

ຮ່າງມະຕິໄດ້ປຶກສາຫາລືມີຊື່ວ່າ “ຄວາມຈຳເປັນຂອງເລື່ອງຢຸດຕິຄຳສັ່ງຂວ້ຳບາດດ້ານເສດຖະກິດ, ການຄ້າ ແລະ ການລົງທຶນໂດຍ ອາເມລິກາ ຈັດວາງຕໍ່ກູບາ”.

    

ພາບປະກອບ ທຸງຊາດ ອາເມລິກາ ແລະ ກູບາ

ວັນທີ 2 ພະຈິກ, ສະມັດຊາໃຫຍ່ ສປຊ ໄດ້ເລີ່ມວາລະປຶກສາຫາລືເປັນເວລາ 2 ວັນກ່ຽວກັບຮ່າງມະຕິຮຽກຮ້ອງໃຫ້ ອາເມລິກາ ຢຸດຕິຄຳສັ່ງຂວ້ຳບາດສຳລັບ ກູບາ. ຮ່າງມະຕິໄດ້ປຶກສາຫາລືມີຊື່ວ່າ “ຄວາມຈຳເປັນຂອງເລື່ອງຢຸດຕິຄຳສັ່ງຂວ້ຳບາດດ້ານເສດຖະກິດ, ການຄ້າ ແລະ ການລົງທຶນໂດຍ ອາເມລິກາ ຈັດວາງຕໍ່ກູບາ”. ຜູ້ຕາງໜ້າບັນດາປະເທດ Venezuela, ລັດເຊຍ, ຈີນ ແລະ Bolivia ກໍ່ຄືບັນດາອົງການຈັດຕັ້ງການເມືອງ ແລະ ສັງຄົມລວມມີ: ຂະບວນການບໍ່ຮ່ວມກຸ່ມ, ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ອົງການຮ່ວມມືອິດສະລາມ, ປະຊາຄົມ Caribe ແລະ ກຸ່ມ G77 ແລະ ຈີນ (G77+ຈີນ) ໄດ້ກ່າວຄຳເຫັນສະໜັບສະໜູນ ກູບາ ແລະ ປະຊາຊົນປະເທດນີ້. ທ່ານປະທານ ກູບາ Miguel Diaz Canel ເນັ້ນໜັກວ່າ: ກູບາ ຈະບໍ່ປະລະບັ້ນຮົບດ້ານຄຳສັ່ງຂວ້ຳບາດຍ້ອນສິ່ງດັ່ງກ່າວແມ່ນຜິດກົດໝາຍ, ບໍ່ຍຸຕິທຳ ແລະ ໄຮ້ມະນຸດສະທຳ. ຕາມທ່ານປະທານ ກູບາ ແລ້ວ, ຄຳສັ່ງຂວ້ຳບາດນາບຂູ່ເຖິງການພັດທະນາຂອງ ກູບາ ແລະ ໄປຝືນກັບເນື້ອໃນຈິດໃຈຂອງກົດບັດ ສປຊ.

(ແຫຼ່ງຄັດຈາກ VOV)


top