ຂ່າວສານ

ສະພາແຫ່ງຊາດເຫັນດີກັບເປົ້າໝາຍເຕີບໂຕ GDP ປະມານ 6% ປີ 2021

      ມະຕິໄດ້ວາງອອກບາງຕົວເລກຄາດໝາຍຕົ້ນຕໍຄື: ຍອດຜະລິດຕະພັນພາຍໃນປະເທດ (GDP) ໃຫ້ເພີ່ມຂຶ້ນປະມານ 6%. ລະດັບ GDP ສະເລ່ຍໃສ່ຕໍ່ຫົວຄົນບັນລຸປະມານ 3.700 USD/ຄົນ…

ສະພາແຫ່ງຊາດຮັບຮອງເອົາມະຕິວ່າດ້ວຍການພັດທະນາເສດຖະກິດ - ສັງຄົມ ປີ 2021
(ພາບ: quochoi.vn) 
      ໃນວາລະປະຊຸມທີ່ດຳເນີນໃນຕອນເຊົ້າວັນທີ 11 ພະຈິກ ຂອງກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ XIV, ບັນດາສະມາຊິກສະພາແຫ່ງຊາດໄດ້ຮັບຮອງເອົາມະຕິວ່າດ້ວຍແຜນການພັດທະນາເສດຖະກິດ - ສັງຄົມ ປີ 2021 ດ້ວຍສະມາຊິກເຫັນດີເປັນຈຳນວນຫຼາຍ. ມະຕິໄດ້ຊີ້ແຈ້ງເປົ້າໝາຍສັງລວມ ທີ່ວາງອອກໃຫ້ແກ່ປີ 2021 ແມ່ນ ສຸມໃສ່ປະຕິບັດ ເປົ້າໝາຍ ທັງປ້ອງກັນ, ສະກັດກັ້ນໂລກລະບາດ, ປົກປ້ອງສຸຂະພາບໃຫ້ແກ່ປະຊາຊົນ, ທັງຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມຢ່າງມີປະສິດທິຜົນ ບົນພື້ນຖານຮັກສາສະຖຽນລະພາບຂອງເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້, ຮັບປະກັນຄວາມດຸ່ນດ່ຽງໃຫຍ່, ຊຸກຍູ້ການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ທີ່ຕິດພັນກັບການປ່ຽນແປງໃໝ່ຮູບແບບການເຕີບໂຕຢ່າງແຮງ, ຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ, ລັກສະນະເປັນເຈົ້າຕົນເອງ ແລະ ກຳລັງແກ້ງແຍ້ງ, ພັດທະນາ ຕະຫຼາດພາຍໃນປະເທດຢ່າງແຮງ.
(ແຫຼ່ງຄັດຈາກ VOV)


top