ຂ່າວສານ

ສະພາແຫ່ງຊາດເລືອກຕັ້ງທ່ານພົນເອກ ໂຕເລິມ ດຳລົງຕຳແໜ່ງປະທານປະເທດ ຫວຽດນາມ

ທ່ານ ໂຕເລິມ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫຼວດ, ສະມາຊິກສະພາແຫ່ງຊາດຊຸດທີ XV, ໄດ້ຮັບເລືອກຕັ້ງດຳລົງຕຳແໜ່ງປະທານປະເທດ ຫວຽດນາມ ອາຍຸການ 2021 – 2026.
(ທ່ານປະທານປະເທດ ໂຕເລິມ ສາບານຕົວຮັບດຳລົງຕຳແໜ່ງ)

ຕອນເຊົ້າວັນທີ 22 ພຶດສະພາ, ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ສະພາແຫ່ງຊາດໄດ້ດຳເນີນການເລືອກຕັ້ງປະທານປະເທດ ດ້ວຍຮູບແບບປ່ອນບັດລັບ, ພາຍຫຼັງຄະນະປະຈຳສະພາແຫ່ງຊາດລາຍງານກ່ຽວກັບການອະພິປາຍ, ຮັບເອົາຄຳເຫັນຂອງສະມາຊິກສະພາແຫ່ງຊາດ ປຶກສາຫາລືຢູ່ຄະນະກ່ຽວກັບບັນຊີລາຍຊື່ສະເໜີເລືອກຕັ້ງ. ໝາກຜົນແມ່ນ, ທ່ານ ໂຕເລິມ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫຼວດ, ສະມາຊິກສະພາແຫ່ງຊາດຊຸດທີ XV, ໄດ້ຮັບເລືອກຕັ້ງດຳລົງຕຳແໜ່ງປະທານປະເທດ ຫວຽດນາມ ອາຍຸການ 2021 – 2026. ບັນດາສະມາຊິກສະພາແຫ່ງຊາດກໍ່ໄດ້ລົງຄະແນນສຽງຮັບຮອງເອົາມະຕິກ່ຽວກັບການເລືອກຕັ້ງທ່ານ ໂຕເລິມ ດຳລົງຕຳແໜ່ງ ດ້ວຍບັດເຫັນດີ 472/473 ບັດຂອງສະມາຊິກສະພາແຫ່ງຊາດທີ່ເຂົ້າຮ່ວມ (ກວມເອົາ 96,92% ຈຳນວນສະມາຊິກສະພາແຫ່ງຊາດ).

ພາຍຫຼັງໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງ, ທ່ານປະທານປະເທດ ໂຕເລິມ ໄດ້ສາບານຕົວຮັບດຳລົງຕຳແໜ່ງ.

“ພາຍໃຕ້ທຸງຊາດທີ່ສັກກະຫຼະບູຊາຂອງປະເທດຊາດ, ຕໍ່ໜ້າສະພາແຫ່ງຊາດ ແລະ ພໍ່ແມ່ປະຊາຊົນ, ຜູ້ມີສິດເລືອກຕັ້ງໃນທົ່ວປະເທດ, ຂ້າພະເຂົ້າ, ປະທານປະເທດສາທາລະນະລັດສັງຄົມນິຍົມ ຫວຽດນາມ, ຂໍ້ປະຕິຍານຕົວ: ຈົ່ງຮັກພັກດີກັບປະເທດຊາດ, ປະຊາຊົນ ແລະ ລັດຖະທຳມະນູນປະເທດສາທາລະນະລັດສັງຄົມນິຍົມ ຫວຽດນາມ, ມານະພະຍາຍາມສູ້ຊົນປະຕິບັດສຳເລັດໜ້າທີ່ເຊິ່ງພັກ, ລັດ ແລະ ປະຊາຊົນ ມອບໝາຍໃຫ້”.


top