ຂ່າວສານ

ສະພາແຫ່ງຊາດຮັບຮອງເອົາໂຄງປະກອບລັດຖະບານອາຍຸການ 2021 – 2026

      ໃນສະພາບທີ່ປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ-19, ສຸມໃສ່ປະຕິບັດ ເປົ້າໝາຍຄວບຄູ່”, ເພື່ອບັນລຸໄດ້ເປົ້າໝາຍນັ້ນແມ່ນໃນຕໍ່ໜ້າການຮັກສາໂຄງປະກອບການຈັດຕັ້ງລັດຖະບານຊຸດທີ XV ໄວ້ແມ່ນມີຄວາມຈຳເປັນ ແລະ ເໝາະສົມ.
ມີສະມາຊິກສະພາແຫ່ງຊາດ 470 ທ່ານໄດ້ລົງຄະແນນສຽງເຫັນດີຮັບຮອງເອົາມະຕິ
(ພາບ: TTXVN)
      ລັດຖະບານ ຫວຽດນາມ ອາຍຸການ 2021 – 2026 ຍັງຮັກສາໂຄງປະກອບໄວ້ໂດຍແມ່ນ 18 ກະຊວງ, 4 ອົງການທຽບເທົ່າກະຊວງ, ຕາມມະຕິໂດຍສະພາແຫ່ງຊາດຮັບຮອງເອົາໃນຕອນເຊົ້າວັນທີ 23 ກໍລະກົດ, ໃນຂອບເຂດກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV. ມີສະມາຊິກສະພາແຫ່ງຊາດ 470 ທ່ານໄດ້ລົງຄະແນນສຽງເຫັນດີຮັບຮອງເອົາມະຕິ, ບັນລຸອັດຕາ 94,19% ຈຳນວນສະມາຊິກສະພາແຫ່ງຊາດທັງໝົດ.
        ສະນັ້ນ, ລັດຖະບານອາຍຸການສະພາແຫ່ງຊາດຊຸດທີ XV ຈະຮັກສາໄວແມ່ນ 18 ກະຊວງ, 4 ອົງການທຽບເທົ່າກະຊວງຄື: ກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ, ກະຊວງການຕ່າງປະເທດ, ກະຊວງພາຍໃນ, ກະຊວງຍຸຕິທຳ, ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ກະຊວງອຸດສາຫະກຳການຄ້າ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ…
        ກ່ອນໜ້ານັ້ນ, ຕອນບ່າຍວັນທີ 22 ກໍລະກົດ, ໃນໃບຍື່ນສະເໜີຕໍ່ສະພາແຫ່ງຊາດກ່ຽວກັບໂຄງປະກອບການຈັດຕັ້ງຂອງລັດຖະບານອາຍຸການສະພາແຫ່ງຊາດຊຸດທີ XV, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈີງ ໃຫ້ຮູ້ວ່າ, ໃນວິວັດການສ້າງໂຄງປະກອບການຈັດຕັ້ງຊຸດທີ XV, ກໍມີບາງຄຳເຫັນສະເໜີວິທີການສັບຊ້ອນການຈັດຕັ້ງ, ຫຍໍ້ບາງກະຊວງ, ຂະແໜງການ. ເຖິງຢ່າງໃດກໍ່ຕາມ, ໃນສະພາບທີ່ປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ-19, ສຸມໃສ່ປະຕິບັດ “ເປົ້າໝາຍຄວບຄູ່”, ເພື່ອບັນລຸໄດ້ເປົ້າໝາຍນັ້ນແມ່ນໃນຕໍ່ໜ້າການຮັກສາໂຄງປະກອບການຈັດຕັ້ງລັດຖະບານຊຸດທີ XV ໄວ້ແມ່ນມີຄວາມຈຳເປັນ ແລະ ເໝາະສົມ.
 (ແຫຼ່ງຄັດຈາກ VOV)


top