ຂ່າວສານ

ສະພາແຫ່ງຊາດຮັບຟັງຄຳເຫັນຂອງຜູ້ອອກແຮງງານ

ລາຍການໂອ້ລົມສົນທະນາໄດ້ສຸມໃສ່ເຂົ້າບັນດາເນື້ອໃນ, ຄື: ສ້າງວຽກເຮັດງານທຳ, ຮັກສາວຽກເຮັດງານທຳໃຫ້ຍືນຍົງ...
  ທ່ານ ເງາະຢຸຍຫຽວ, ຮອງປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ  

ໃນເດືອນ ພຶດສະພານີ້, ກຳມະບານທຸກຂັ້ນໃນທົ່ວປະເທດ ໄດ້ຈັດການໂອ້ລົມສົນທະນາລະຫວ່າງພະນັກງານ, ກຳມະກອນຜູ້ອອກແຮງງານ ກັບສະມາຊິກສະພາແຫ່ງຊາດ, ການນຳທ້ອງຖິ່ນກ່ຽວກັບບັນຫາທີ່ຜູ້ອອກແຮງງານພວມມີຄວາມສົນໃຈ.

        ລາຍການໂອ້ລົມສົນທະນາໄດ້ສຸມໃສ່ເຂົ້າບັນດາເນື້ອໃນ, ຄື: ສ້າງວຽກເຮັດງານທຳ, ຮັກສາວຽກເຮັດງານທຳໃຫ້ຍືນຍົງ, ຍົກສູງລາຍຮັບ ແລະ ຊີວິດການເປັນຢູ່ໃຫ້ຜູ້ອອກແຮງງານ, ບັນດາມາດຕະການພັດທະນາເຮືອນຢູ່, ປະກອບຄຳເຫັນໃສ່ບັນດາຮ່າງກົດໝາຍກ່ຽວຂ້ອງໂດຍກົງເຖິງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານ... ທ່ານ ເງາະຢຸຍຫຽວ, ຮອງປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ, ໃຫ້ຮູ້ວ່າ:

        “ໃນເດືອນກຳມະກອນປີນີ້, ຕໍ່ໜ້າຄຳຮຽກຮ້ອງຮັບຟັງຄຳເຫັນຂອງຜູ້ອອກແຮງງານໃນການເຂົ້າຮ່ວມກໍ່ສ້າງກົດໝາຍກ່ຽວຂ້ອງເຖິງພະນັກງານກຳມະກອນ, ຜູ້ອອກແຮງງານ, ພວກຂ້າພະເຈົ້າຢາກເຊີນການນຳ ສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດຂັ້ນສູນກາງ ກໍ່ຄືຄະນະສະມາຊິກສະພາແຫ່ງຊາດທ້ອງຖິ່ນ ມາພົບປະ, ຮັບຟັງຄຳເຫັນ, ຄວາມມຸ່ງມາດປາດຖະໜາໂດຍກົງຂອງຜູ້ມີສິດເລືອກຕັ້ງທີ່ເປັນກຳມະກອນ ຜູ້ອອກແຮງງານ”.


top