ຂ່າວສານ

ສະພາແຫ່ງຊາດຫວຽດນາມສືບຕໍ່ປຶກສາຫາລື ສະພາບການພັດທະນາເສດຖະກິດ-ສັງຄົມ

ຕອນເຊົ້າວັນທີ 26 ພຶດສະພາ, ສະພາແຫ່ງຊາດຫວຽດນາມສືບຕໍ່ ປຶກສາຫາລືຢູ່ຫໍປະຊຸມ

 ສະພາແຫ່ງຊາດຫວຽດນາມສືບຕໍ່ ປຶກສາຫາລືຢູ່ຫໍປະຊຸມ

ສະພາແຫ່ງຊາດຫວຽດນາມສືບຕໍ່ ປຶກສາຫາລືຢູ່ຫໍປະຊຸມເພື່ອສືບຕໍ່ປຶກສາຫາລື, ຕີລາຄາເພີ່ມເຕີມໝາກຜົນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານແຫ່ງລັດປີ 2017, ສະພາບການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານແຫ່ງລັດໃນຊຸມເດືອນຕົ້ນປີ 2018, ສະຫຼຸບງົບປະມານແຫ່ງລັດປີ 2016.

    ທີ່ການປຶກສາຫາລື, ບັນດາ ສ.ສ.ຊ ລ້ວນແຕ່ຕີລາຄາສູງການຊີ້ນຳ ແລະ ບໍລິຫານຂອງລັດຖະບານໃນປີ 2017 ຊຶ່ງໄດ້ບັນລຸບັນດາໝາກຜົນທີ່ຕັ້ງໜ້າ, ອັນໄດ້ສ້າງທ່ວງທ່າແກ່ການພັດທະນາໃນປີ 2018, ຊຶ່ງຈະແຈ້ງທີ່ສຸດແມ່ນການເຕີບໂຕສູງ. ເມື່ອຕອບຄຳຊັກຖາມຂອງບັນດາ ສ.ສ.ຊ,  ທ່ານລັດຖະມົນຕີກະຊວງ ອຸດສາຫະກຳ-ການຄ້າ ເຈີນຕ້ວນແອງ ກ່າວວ່າ: 

    “ ໂຄງປະກອບສິນຄ້າຂອງຫວຽດນາມໄດ້ມີການຫັນປ່ຽນຢ່າງຕັ້ງໜ້າ, ຫຼູດຜ່ອນບົດບາດຂອງບາງຂົງເຂດການສົ່ງອອກສິນຄ້າປະຖົມປະຖານຂອງຂະແໜງແຮ່ທາດ ແລະ ປຸງແຕ່ງ, ຜະລິດ, ກໍຄືຜະລິດຕະພັນກະເສດ, ສິນໃນນ້ຳທີ່ໄດ້ຮັບການປົວແປງ, ຍົກສູງຄຸນນະພາບ. ຕະຫຼາດສົ່ງອອກ ກໍໄດ້ມີການປົວແປງຫຼາຍພໍສົມຄວນ,  ກັບບັນດາການພົວພັນການຄ້າ, ບັນດາຜະລິດຕະພັນຂອງຫວຽດນາມ ໄດ້ປະກົດຕົວຢູ່ຫຼາຍກ່ວາ 200 ປະເທດ, ພື້ນຖານເສດຖະກິດໃນທົ່ວໂລກ ”

(ແຫຼ່ງຄັດຈາກ VOV)



top