ຂ່າວສານ

ສະພາແຫ່ງຊາດຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນ,ປະສົບການກັບສະພາແຫ່ງຊາດລາວ

ຕອນບ່າຍວັນທີ 13 ກໍລະກົດ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດີງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານ ສົມມາດ ພົນເສນາ, ຮອງປະທານສະພາແຫ່ງຊາດລາວ, ຊຶ່ງໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດລາວ ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ແຕ່ວັນທີ 6-14/ກໍລະກົດ.

ຕອນບ່າຍວັນທີ 13 ກໍລະກົດ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດີງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານ ສົມມາດ ພົນເສນາ, ຮອງປະທານສະພາແຫ່ງຊາດລາວ, ຊຶ່ງໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດລາວ ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ແຕ່ວັນທີ 6-14/ກໍລະກົດ.

    

ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ແລະ ທ່ານຮອງປະທານສະພາແຫ່ງຊາດລາວ ສົມມາດ ພົນເສນາ

ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວຢືນຢັນວ່າ: ຫວຽດນາມ ແລະ ສະພາແຫ່ງຊາດຫວຽດນາມ ຍາມໃດກໍ່ຖືການເພີ່ມທະວີ ແລະ ພັດທະນາສາຍພົວພັນສາມັກຄີແບບພິເສດກັບ ລາວ ແມ່ນບຸລິມະສິດອັນດັບໜຶ່ງ. ສະພາແຫ່ງຊາດຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນ,ປະສົບການກັບສະພາແຫ່ງຊາດລາວ

    ສ່ວນທ່ານຮອງປະທານສະພາແຫ່ງຊາດລາວ ກໍ່ໄດ້ສະແດງຄວາມປະທັບໃຈ ແລະ ຊົມເຊີຍ ຫວຽດນາມ ໄດ້ຮັບຜົນສຳເລັດໃນໄລຍະຜ່ານມາ, ພິເສດແມ່ນໃນການ ຄວບຄຸມການລະບາດຂອງພະຍາດໂຄວິດ-19, ການຟື້ນຟູ ແລະ ການພັດທະນາ ເສດຖະກິດ-ສັງຄົມ.

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ຂອງຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ລາວ, ຕອນເຊົ້າວັນທີ 13 ກໍລະກົດ, ຢູ່ຫໍສະພາແຫ່ງຊາດ ຫວຽດນາມ, ທ່ານຫົວໜ້າກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ຂອງສະພາແຫ່ງຊາດ ລາວ ລິນຄຳ ດວງສະຫວັນ ມີບັນດາການເຮັດວຽກກັບຫົວໜ້າກຳມາທິການເສດຖະກິດ; ຫົວໜ້າກຳມາທິການວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມຂອງສະພາແຫ່ງຊາດ ຫວຽດນາມ.

        ທີ່ການເຮັດວຽກ, ທ່ານຫົວໜ້າກຳມາທິການເສດຖະກິດຂອງສະພາແຫ່ງຊາດ ຫວຽດນາມ ຫວູຮົ່ງແທັງ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ຈະເພີ່ມທະວີການຈັດຕັ້ງກອງປະຊຸມສຳມະນາແບ່ງປັນບົດຮຽນກ່ຽວກັບການສ້າງ, ກວດກາກົດໝາຍ, ມະຕິ, ລັດຖະບັນຍັດສະບັບຕ່າງໆຂອງສະແຫ່ງຊາດ; ກວດກາ, ຕິດຕາມກວດກາການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດຂອງວິສາຫະກິດ 2 ປະເທດ.

        ເມື່ອແລກປ່ຽນບົດຮຽນ, ປະສົບການໃນການສ້າງກົດໝາຍ, ຕິດຕາມກວດກາໃນຂົງເຂດເຕັກໂນໂລຊີ, ສິ່ງແວດລ້ອມ, ທ່ານຫົວໜ້າກຳມາທິການວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມຂອງສະພາແຫ່ງຊາດ ຫວຽດນາມ ເລກວາງຮຸຍ ປາດຖະໜາຢາກເພີ່ມທະວີການຮ່ວມມືລະຫວ່າງ 2 ກຳມາທິການໃນຂອບເຂດການຮ່ວມມືລວມລະຫວ່າງສະພາແຫ່ງຊາດ 2 ປະເທດ; ພ້ອມແລ້ວທີ່ຈະຮ່ວມມື, ສົມທົບກັນ, ແບ່ງປັນກັບຝ່າຍ ລາວ ກ່ຽວກັບດ້ານວິຊາສະເພາະຂອງວຽກງານກົດໝາຍ, ຕິດຕາມກວດກາ ແລະ ຕັດສິນບັນດາບັນຫາສຳຄັນຂອງປະເທດຊາດໃນຂົງເຂດໂດຍກຳມາທິການພວມຮັບຜິດຊອບ.

(ແຫຼ່ງຄັດຈາກ VOV)


top