ຂ່າວສານ

ສະພາແຫ່ງຊາດສິ້ນສຸດວາລະຊັກຖາມ ແລະ ຕອບຄຳຊັກຖາມ

ຕອນບ່າຍວັນທີ 5ພະຈິກ, ຢູ່ຮ່າໂນ້ຍ, ສະພາແຫ່ງຊາດໄດ້ສິ້ນສຸດວາລະຊັກຖາມ ແລະ ຕອບຄຳຊັກຖາມໃນຂອບເຂດກອງປະຊຸມສະໄໝສາມັນຄັ້ງທີ 4 ຂອງສະພາແຫ່ງຊາດຊຸດທີ XV.

ຕອນບ່າຍວັນທີ 5ພະຈິກ, ຢູ່ຮ່າໂນ້ຍ, ສະພາແຫ່ງຊາດໄດ້ສິ້ນສຸດວາລະຊັກຖາມ ແລະ ຕອບຄຳຊັກຖາມໃນຂອບເຂດກອງປະຊຸມສະໄໝສາມັນຄັ້ງທີ 4 ຂອງສະພາແຫ່ງຊາດຊຸດທີ XV.

    

ກອງປະຊຸມສະໄໝສາມັນຄັ້ງທີ 4 ຂອງສະພາແຫ່ງຊາດຊຸດທີ XV

ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ອະພິປາຍ ແລະ ຕອບຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ.

     ລາຍງານ ແລະ ອະພິປາຍຕໍ່ສະພາແຫ່ງຊາດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ຖືວ່າ: ສະພາບເສດຖະກິດ - ສັງຄົມ 10 ເດືອນຕົ້ນປີ 2022 ສືບຕໍ່ຟື້ນຕົວຢ່າງຕັ້ງໜ້າ. ດັດຊະນີລາຄາໃຊ້ສອຍສະເລ່ຍ (CPI) ໃນ 10 ເດືອນເພີ່ມຂຶ້ນ 2.89%. ເງິນລົງທຶນຂອງ ຕ່າງປະເທດ (FDI) ບັນລຸ 17,45 ຕື້ USD, ເພີ່ມຂຶ້ນ 15,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ວົງເງິນການສົ່ງອອກ ແລະ ນໍາເຂົ້າທັງໝົດບັນລຸ 616 ຕື້ USD, ເພີ່ມຂຶ້ນ 14,1%, ມູນຄ່າສົ່ງອອກເກີນດຸນ 9,4 ຕື້ USD. ມີຫຼາຍກວ່າ 178,000 ວິສາຫະກິດໄດ້ຮັບການສ້າງຕັ້ງ ໃໝ່ ແລະ ກັບຄືນສູ່ການເຄື້່ອນໄຫວ

     ຕອບຄຳຊັກຖາມກ່ຽວກັບແຜນນະໂຍບາຍ ແລະ ທິດທາງການຕ່າງປະເທດຂອງຫວຽດນາມ ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ຊີ້ແຈ້ງວ່າ: ຫວຽດນາມ ປະຕິບັດນະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ແມ່ນເພື່ອນມິດທີ່ດີ ແລະ ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງທຸກປະເທດໃນໂລກເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາ. ຫວຽດນາມ ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ.

ກ່ຽວກັບການກຳນົດທິດພັດທະນາເສດຖະກິດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໃຫ້ຮູ້ວ່າ:

      `ຮັກສາສະຖຽນລະພາບດ້ານເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້ ແລະ ຮັບປະກັນຄວາມດຸ່ນດ່ຽງໃຫຍ່ທີ່ສຳຄັນຂອງເສດຖະກິດຫວຽດນາມ.     ສຳລັບເປົ້າໝາຍນີ້,  ພວກເຮົາສືບຕໍ່ປະຕິບັດຢ່າງບໍ່ຢຸດຢັ້ງໂດຍການແກ້ໄຂທີ່ ແຕກຕ່າງກັນ ໂດຍເລັ່ງໃສ່ 3 ກຳລັງໜູນ ເຕີບໂຕຄືການບໍລິໂພກ, ການລົງທຶນ ແລະ ການສົ່ງອອກ`.

(ແຫຼ່ງຄັດຈາກ VOV)


top