ຂ່າວສານ

ສະພາແຫ່ງຊາດສິ້ນສຸດການປຶກສາຫາລືກ່ຽວກັບສະພາບການດ້ານເສດຖະກິດ - ສັງຄົມເປັນເວລາ 2 ວັນ

ກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ສິ້ນສຸດການປຶກສາຫາລືກ່ຽວກັບສະພາບການດ້ານເສດຖະກິດ - ສັງຄົມເປັນເວລາ 2 ວັນ.
  ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫາຍ (ພາບ: quochoi.vn)  

ຕອນບ່າຍວັນທີ 28 ຕຸລາ, ກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ສິ້ນສຸດການປຶກສາຫາລືກ່ຽວກັບສະພາບການດ້ານເສດຖະກິດ - ສັງຄົມເປັນເວລາ 2 ວັນ.

ໃນ 2 ມື້ທີ່ປຶກສາຫາລືກ່ຽວກັບບັນຫາດັ່ງກ່າວ, ບັນດາສະມາຊິກສະພາແຫ່ງຊາດໄດ້ຍົກໃຫ້ເຫັນຄວາມຫຍຸ້ງຍາກ, ສິ່ງທ້າທາຍທີ່ໃຫຍ່ຫຼວງຈາກພາຍນອກ ແລະ ສົ່ງຜົນສະທ້ອນຕໍ່ ຫວຽດນາມ ໃນປີ 2023. ບັນດາສະມາຊິກສະພາແຫ່ງຊາດສະເໜີຕໍ່ລັດຖະບານ ໄຈ້ແຍກຢ່າງລະອຽດ, ມີມາດຕະການຮັບມື ເພື່ອຮັບປະກັນສະພາບການເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟີ້ດຸ່ນດ່ຽງລະຫວ່າງລາຍຮັບ - ລາຍຈ່າຍງົບປະມານລັດ, ຮັບປະກັນຄວາມໝັ້ນຄົງດ້ານການເງິນແຫ່ງຊາດ, ຮັບປະກັນຄວາມດຸ່ງດ່ຽງໃຫຍ່ໃນເງື່ອນໄຂທີ່ບໍ່ສາມາດຄາດຄະເນກ່ອນໄດ້. ກ່າວຄຳເຫັນສິ້ນສຸດວາລະປຶກສາຫາລື, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫາຍ, ຊີ້ແຈ້ງວ່າ:

“ສຳລັບການປະຕິບັດບັນດາເປົ້າໝາຍທີ່ໄດ້ວາງອອກ, ບັນດາສະມາຊິກສະພາແຫ່ງຊາດສະເໜີໃຫ້ມີມາດຕະການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດຜະລິດດຳເນີນທຸລະກິດ, ໂດຍສະເພາະແມ່ນບັນດາຜະລິດຕະພັນຈຳເປັນຮັບໃຊ້ຊີວິດຂອງປະຊາຊົນ ແລະ ການຜະລິດ; ປົວແປງສະພາບການປ່ອຍເງິນລົງທຶນສາທາລະນະ. ບັນດາສະມາຊິກສະພາແຫ່ງຊາດ ກໍ່ຍົກອອກຂໍ້ສະເໜີແນະມາດຕະການແກ້ໄຂຫຼາຍຢ່າງ ເພື່ອຜັນຂະຫຍາຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ ສັງຄົມ, ການປ້ອງກັນ ຕ້ານໂລກລະບາດ ເຮັດໃຫ້ການດຳລົງຊີວິດຂອງປະຊາຊົນເປັນປົກກະຕິ, ຮັບປະກັນຊີວິດສັງຄົມຢ່າງມີປະສິດທິຜົນ”.

ໜ້ານັ້ນ, ໃນວາລະປຶກສາຫາລືໃນຕອນບ່າຍວັນທີ 28 ຕຸລາ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ແລະ ລັດຖະມົນຕີ, ຫົວໜ້າຂະແໜງ 3 ທ່ານແມ່ນ: ລັດຖະມົນຕີກະຊວງການເງິນ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ຜູ້ວ່າການທະນາຄານແຫ່ງລັດ ກໍ່ອະພິປາຍກ່ຽວກັບຂົງເຂດທີ່ຕົນຮັບຜິດຊອບຕື່ມອີກ.


top