ຂ່າວສານ

ສະພາແຫ່ງຊາດສອງປະເທດ ຫວຽດນາມ - ລາວ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນແລະກັນ ຢູ່ເວທີສາກົນ ແລະ ພາກພື້ນ

      ໃນຕໍ່ໜ້າ, ສະພາແຫ່ງຊາດຂອງສອງປະເທດຈະສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນ, ສະໜັບສະໜຸນເຊິ່ງກັນແລະກັນ ຢູ່ໃນເວທີພາກພື້ນ ແລະ ສາກົນ ເປັນຕົ້ນ: IPU, AIPA, APPF, APF ແລະ ອື່ນໆ. ນອກຈາກນັ້ນ, ກໍ່ປະສານສົມທົບຢ່າງກົມກຽວ ແລະ ມີປະສິດທິຜົນໃນບັນຫາພາກພື້ນ ແລະ ສາກົນ ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ.
        ຕອນບ່າຍວັນທີ 8 ທັນວາ, ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ລາວ ໄດ້ເດີນທາງອອກຈາກນະຄອນຫຼວງ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ຫວຽດນາມ ແຕ່ວັນທີ 6 – 8 ທັນວາ ຕາມຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຢ່າງຈົບງາມ. ເນື່ອງໃນໂອກາດນີ້, ນັກຂ່າວ VOV ໄດ້ມີໂອກາດສຳພາດທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ຫວຽດນາມ ກ່ຽວກັບໝາກຜົນຂອງການຢ້ຽມຢາມຄັ້ງນີ້ ກໍຄື ແງ່ຫວັງການພົວພັນທາງການທູດລະຫວ່າງສອງປະເທດເວົ້າລວມ ແລະ ສາຍພົວພັນລະຫວ່າງສະພາແຫ່ງຊາດສອງປະເທດ ຫວຽດນາມ - ລາວ ເວົ້າສະເພາະໃນໄລຍະຈະມາເຖິງ.  
ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ຫວຽດນາມ
      ນັກຂ່າວ:  ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ຫາກໍສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ທ່ານຕີລາຄາແນວໃດກ່ຽວກັບໝາກຜົນທີ່ສອງຝ່າຍບັນລຸໄດ້ໃນການຢ້ຽມຢາມຄັ້ງນີ້?
            ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ: ການຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ ໃນຄັ້ງນີ້ ເປັນການເຄື່ອນໄຫວວຽກງານການຕ່າງປະເທດ ເທື່ອທຳອິດ ຂອງ ສະຫາຍ ໄຊສົມພອນ ພົມວິຫານ ພາຍຫຼັງທີ່ໄດ້ຮັບການເລືອກຕັ້ງເປັນ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ສະໄໝ 2021-2026, ຊຶ່ງຈະເປັນການປະກອບສ່ວນເຂົ້າໃນການຢືນຢັນຄືນເຖິງທັດສະນະຫລັກໝັ້ນຂອງ ພັກປະຊາຊົນ ປະຕິວັດລາວ ໃນການສືບຕໍ່ປົກປັກຮັກສາ, ເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ, ສອງສະພາແຫ່ງຊາດ ແລະ ປະຊາຊົນສອງຊາດ ໃຫ້ນັບມື້ຈະເລີນງອກງາມ ແລະ ຍືນຍົງຕະຫລອດໄປ. ພ້ອມກັນນັ້ນ ກໍ່ເປັນການປະຕິບັດແນວທາງການຕ່າງປະເທດອັນສະເໝີຕົ້ນສະເໝີປາຍຂອງ ສປປ ລາວ ໃນການປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືພິເສດ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ຈະບໍ່ມີອັນໃດສາມາດກີດຂວາງໄດ້. 
            ໃນການຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ ໃນຄັ້ງນີ້, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ມີການພົບປະເຈລະຈາກັບຄູ່ຮ່ວມຕຳແໜ່ງ ແລະ ພົບປະກັບບັນດາການນຳຂັ້ນສູງຂອງພັກ, ປະທານປະເທດ ແລະ ລັດຖະບານ ສສ ຫວຽດນາມ ເພື່ອສືບຕໍ່ປຶກສາຫາລື, ແລກປ່ຽນທັດສະນະ ແລະ ມາດຕະການໃນການຊຸກຍູ້ການຮ່ວມມືສອງຝ່າຍໃຫ້ມີປະສິດທິຜົນຕົວຈິງ ຕາມການຕົກລົງລະຫວ່າງການນຳຂັ້ນສູງຂອງພັກ, ລັດຂອງສອງປະເທດ. ນອກນີ້, ສະຫາຍ ໄຊສົມພອນ ພົມວິຫານ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດລາວ ໄດ້ຢ້ຽມຢາມອະດີດການນຳຂອງສະພາແຫ່ງຊາດຫວຽດນາມ ແລະ ວາງພວງມາລາ ທີ່ອານຸສາວະລີນັກຮົບນິລະນາມ ແລະ ສຸສານປະທານໂຮ່ຈີ່ມິນ.
            ນັກຂ່າວ:ທ່ານຕີລາຄາແນວໃດກ່ຽວກັບສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ - ຫວຽດນາມ ໃນປີ 2021?
            ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ: ສະເພາະການພົວພັນໃນປີ 2021, ຍ້ອນສະພາບການລະບາດຂອງເຊື້ອພະຍາດ ໂຄວິດ-19 ມີການລະບາດຄືນຫລາຍຮອບ ແລະ ຜັນແປໄປຢ່າງສັບສົນ, ສອງຝ່າຍ ໄດ້ຮັກສາການຢ້ຽມຢາມ ແລະ ການພົບປະຂັ້ນສູງເປັນປົກກະຕິດ້ວຍຫລາຍຮູບການທີ່ແທດເໝາະກັບສະພາບຕົວຈິງ; ພິເສດ, ສອງພັກໄດ້ດຳເນີນກອງປະຊຸມໃຫຍ່ຂອງພັກຕົນຢ່າງມີຜົນສຳເລັດ, ດຳເນີນການເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດຊຸດໃໝ່ຢູ່ແຕ່ລະປະເທດ.
            ພາຍຫລັງ ສະພາແຫ່ງຊາດຂອງສອງປະເທດ ໄດ້ຮັບຮອງເອົາການນຳຫລັກແຫລ່ງຊຸດໃໝ່ຂອງສອງປະເທດແລ້ວ ກໍໄດ້ມີການຢ້ຽມຢາມຂັ້ນສູງສອງຄັ້ງ ຄື: ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ສະຫາຍ  ຫງວຽນຟູຈ້ອງ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ສະຫາຍ ຫງວຽນຊວັນຟຸກ, ປະທານປະເທດແຫ່ງສາທາລະນະລັດ ສັງຄົມນິຍົມຫວຽດນາມ ພ້ອມດ້ວຍພັນລະຍາ; ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂັ້ນສູງພັກ, ລັດ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 28 - 29 ມິຖຸນາ 2021 ແລະ ໂດຍຕອບສະໜອງ ຕາມຄຳເຊີນຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ຫງວຽນຊວັນຟຸກ, ກໍາມະການກົມການເມືອງ ສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມ ສັນຖະວະໄມຕີ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນວັນທີ 9-10 ສິງຫາ 2021. ທັງສອງການຢ້ຽມຢາມນີ້ ໄດ້ເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນການເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.
            ນັກຂ່າວ: ເຖິງວ່າໄດ້ຮັບຜົນກະທົບຈາກໂລກລະບາດໂຄວິດ - 19 ກໍຕາມ, ແຕ່ໃນໄລຍະຜ່ານມາ, ການນຳຂັ້ນສູງສອງປະເທດ ກໍໄດ້ໄປມາຫາສູ່, ຢ້ຽມຢາມຖາມຂ່າວເຊິ່ງກັນ ແລະ ກັນ ເປັນປະຈຳ. ທ່ານຕີລາຄາແນວໃດ ຕໍ່ສາຍພົວພັນລະຫວ່າງສອງປະເທດເວົ້າລວມ ແລະ ການພົວພັນລະຫວ່າງສະພາແຫ່ງຊາດສອງປະເທດເວົ້າສະເພາະ ໃນໄລຍະຈະມາເຖິງ?
            ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ: ສະພາບການຂອງໂລກ ແລະ ພາກພື້ນ ສືບຕໍ່ຜັນແປໄປຢ່າງໄວວາ, ສັບສົນ ແລະ ຄາດຄະເນໄດ້ຍາກຄືດັ່ງປັດຈຸບັນນີ້, ຍິ່ງກວ່າເວລາໃດໝົດ, ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດພວກເຮົາ ຍິ່ງຕ້ອງໄດ້ເພີ່ມທະວີຈັບມືກັນຢ່າງແໜ້ນແຟ້ນ, ຮ່ວມແຮງຮ່ວມໃຈກັນ, ເສີມຂະຫຍາຍທ່າແຮງທີ່ເປັນມູນເຊື້ອສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຢ່າງແຂງແຮງ, ຊ່ວຍເຫລືອເຊິ່ງກັນແລະກັນ, ສືບຕໍ່ນຳເອົາພາລະກິດການປະຕິວັດຂອງສອງປະເທດພວກເຮົາ ສືບຕໍ່ກ້າວຂຶ້ນຕາມຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ.
            ໃນໄລຍະສອງປີຜ່ານມາ, ເຖິງວ່າຖືກຜົນກະທົບຈາກການລະບາດຂອງເຊື້ອພະຍາດໂຄວິດ-19, ແຕ່ການພົວພັນການທູດລັດຖະສະພາຂອງສອງສະພາແຫ່ງຊາດ ຍັງໄດ້ຮັບການພັດທະນາເປັນຢ່າງດີ ໂດຍໄດ້ມີການຈັດການພົບປະລະຫວ່າງການນຳຂັ້ນສູງຂອງບັນດາອົງການ, ກຳມາທິການຂອງສອງສະພາແຫ່ງຊາດ ເພື່ອແລກປ່ຽນບົດຮຽນທາງດ້ານວິຊາສະເພາະ, ປະສານສົມທົບກັນໃນການຕິດຕາມ, ກວດກາການປະຕິບັດບັນດາຂໍ້ຕົກລົງ ແລະ ສະໜັບສະໜູນເຊິ່ງກັນແລະກັນຢູ່ໃນເວທີພາກພື້ນ ແລະ ສາກົນ. ໃນຕໍ່ໜ້າ, ສະພາແຫ່ງຊາດຂອງສອງປະເທດ ຈະສືບຕໍ່ເພີ່ມທະວີການປະສານງານໃນການຕິດຕາມ, ກວດກາ, ປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງທີ່ໄດ້ລົງນາມຮ່ວມກັນຢ່າງມີປະສິດທີຜົນ; ເພີ່ມທະວີ, ແລກປ່ຽນບົດຮຽນ, ເປັນຕົ້ນແມ່ນການສ້າງ ແລະ ປັບປຸງລະບອບລະບຽບການ, ລະບົບກົດໝາຍ ແລະ ຕິດຕາມ-ກວດກາໃນບັນດາການເຄື່ອນໄຫວຂອງອົງການລັດ; ຈັດຕັ້ງການແລກປ່ຽນບົດຮຽນ, ຈັດກອງປະຊຸມ, ສຳມະນາໃນຫົວຂໍ້ສະເພາະດ້ວຍຫລາຍຮູບການຢ່າງເໝາະສົມ; ສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນ, ສະໜັບສະໜຸນເຊິ່ງກັນແລະກັນ ຢູ່ໃນເວທີພາກພື້ນ ແລະ ສາກົນ ເປັນຕົ້ນ: IPU, AIPA, APPF, APF ແລະ ອື່ນໆ. ນອກຈາກນັ້ນ, ກໍ່ປະສານສົມທົບຢ່າງກົມກຽວ ແລະ ມີປະສິດທິຜົນໃນບັນຫາພາກພື້ນ ແລະ ສາກົນ ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ.
                    ຂໍຂອບໃຈທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ!
(ແຫຼ່ງຄັດຈາກ VOV)


top