ຂ່າວສານ

ສະພາແຫ່ງຊາດປຶກສາຫາລືມາດຕະການ ພັດທະນາການທ່ອງທ່ຽວ

      ເມື່ອປຶກສາຫາລືກ່ຽວກັບຮ່າງກົດໝາຍ ວ່າດ້ວຍການທ່ອງທ່ຽວ (ສະບັບປັບປຸງ) ໃນຕອນບ່າຍວັນທີ 29 ພຶດສະພາ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ສະເໜີແນະເນື້ອໃນຫຼາຍຢ່າງ ເພື່ອແນໃສ່ຊຸກຍູ້ການທ່ອງທ່ຽວໃຫ້ພັດທະນາ
 ທ່ານ ນາງ ບຸຍທິກວິງເທີ ສະມາຊິກສະພາແຫ່ງຊາດແຂວງ ຮ່າຕິ້ງ 
      ເພື່ອໃຫ້ຂະແໜງທ່ອງທ່ຽວກາຍເປັນຂະແໜງເສດຖະກິດປາຍແຫຼມ, ນອກຈາກເລື່ອງຄຸ້ມຄອງລັດແລ້ວ, ໃນກົດໝາຍຄວນສະແດງໃຫ້ເຫັນຂອດບຸກທະລຸ, ເສີມຂະຫຍາຍກ່ຽວກັບທ່າແຮງ ແລະ ປາຍແຫຼມ. ເຖິງຢ່າງໃດກໍ່ຕາມຂໍ້ກຳນົດກ່ຽວກັບນະໂຍບາຍ ພັດທະນາການທ່ອງທ່ຽວໃນກົດໝາຍຍັງກວມລວມ. ຂໍ້ກຳນົດກ່ຽວກັບລັດ ໃຫ້ບູລິມະສິດຈັດວາງຄ່າໃຊ້ຈ່າຍນະໂຍບາຍສົ່ງເສີມໃຫ້ບັນດາການເຄື່ອນໄຫວພັດທະນາ ການທ່ອງທ່ຽວ ແຕ່ວ່າບໍ່ມອບໝາຍໃຫ້ອົງການທີ່ມີໜ້າທີ່ຮັບຜິດຊອບໃດຂອງລັດຖະບານກຳນົດຢ່າງລະອຽດ ຫຼື ຮັບຜິດຊອບການປະຕິບັດ. ທ່ານ ນາງ ບຸຍທິກວິງເທີ ສະມາຊິກສະພາແຫ່ງຊາດແຂວງ ຮ່າຕິ້ງ ຍົກຄວາມເຫັນວ່າ.
        ເພື່ອປະຕິບັດມັດຕິ ສູນກາງຄັ້ງທີ 8 ກ່ຽວກັບການພັດທະນາການທ່ອງທ່ຽວ ໃນຂະແໜງເສດຖະກິດປາຍແຫຼມ ແລະ ປະຕິບັດຄາດໝາຍຮອດປີ 2020 ລາຍຮັບຂອງຂະແໜງທ່ອງທ່ຽວບັນລຸໃຫ້ໄດ້ 35 ຕື້ ໂດລາສະຫະລັດ ນັ້ນ, ແມ່ນຕ້ອງການຫັນເປັນລະອຽດກວ່າ ໃນກົດໝາຍກ່ຽວກັບນະໂຍບາຍບູລິມະສິດພິເສດ. ມີບັນດານະໂຍບາຍໃຫ້ບູລິມະສິດພິເສດກ່ຽວກັບອາກອນ, ການລົງທຶນ, ການວາງແຜນຜັງ ແລະ ການບຸກເບີກໜ້າພຽງ; ຄວນມີນະໂຍບາຍກຳນົດເຂດ, ລະຫວ່າງເຂດ. ກົດໝາຍກໍ່ຄວນມອບໝາຍໃຫ້ຄະນະກຳມະການປະຊາຊົນຂັ້ນຕ່າງໆຮັບຜິດຊອບຂຸດຄົ້ນທ່າແຮງຢ່າງສຸດຂີດຂອງທ້ອງຖິ່ນ.
 (ແຫຼ່ງຄັດຈາກ VOV)
 

top