ຂ່າວສານ

ສະພາແຫ່ງຊາດປຶກສາຫາລືບັນດາເນື້ອໃນສຳຄັນກ່ຽວກັບເສດຖະກິດ - ສັງຄົມ

      ຕອນເຊົ້າວັນທີ 31 ພຶດສະພາ, ບັນດາສະມາຊິກສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ 14 ໄດ້ສືບຕໍ່ປຶກສາຫາລືກ່ຽວກັບບັນຫາເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດ.
            ລົງນັ້ນ, ບັນດາສະມາຊິກສະພາແຫ່ງຊາດໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງລັດຖະບານໃນການຊີ້ນຳບໍລິຫານປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດໃນໄລຍະຜ່ານມາຢ່າງຂ້ຽວຂາດ ແລະ ມີປະສິດທິຜົນ. ເຖິງຢ່າງໃດກໍ່ຕາມ, ສະມາຊິກສະພາແຫ່ງຊາດຫລາຍທ່ານພັດຖືວ່າ: ປັດຈຸບັນ, ບັນດາປັດໄຈທີ່ຮັບປະກັນໃຫ້ເສດຖະກິດການເຕີບໂຕສູງ, ຕໍ່ເນື່ອງ, ໝັ້ນຄົງຍັງຈຳກັດຢູ່; ບາງມາດຕະການແກ້ໄຂຍັງອ່ອນແອ ແລະ ຂາດຄວາມຄົບຊຸດ. ທ່ານ ຫວູຕ໊ຽນລົກ ສະມາຊິກສະພາແຫ່ງຊາດແຂວງ ທ໊າຍບີ່ງ ຖືວ່າ:
        ດ້ວຍທ່າເຕີບໂຕນີ້, ຖ້າຫາກລັດຖະບານສືບຕໍ່ຫລຸດໜີ້ສາທາລະນະລົງຕ່ຳກ່ວາ 55 % GDP ໃນຊຸມປີຈະມາເຖິງນັ້ນ ການເຕີບໂຕເສດຖະກິດອາດຈະເພີ່ມຂຶ້ນສູງກ່ວານີ້ອີກ. ເຖິງຢ່າງໃດກໍ່ຕາມ, ກ່ຽວກັບເປົ້າໝາຍການເຕີບໂຕເສດຖະກິດປີ 2019, ຂ້າພະເຈົ້າສະເໜີລັດຖະບານ ຮັກສາທັດສະນະຢ່າງລະມັດລະວັງ. ສິ່ງທີ່ເຮັດໃຫ້ພວກເຮົາມີຄວາມວິຕົກກັງວົນທີ່ສຸດ ຍັງແມ່ນລະດັບຄວາມໄວໃນການປະຕິຮູບລະບອບລະບຽບການບໍລິຫານ ຍັງບໍ່ທັນບັນລຸໄດ້ດັ່ງຄວາມມຸ່ງຫວັງເທື່ອ, ກໍ່ຜົນສະທ້ອນຢ່າງໃຫຍ່ຫລວງຕໍ່ແງ່ຫວັງການພັດທະນາໄລຍະຍາວຂອງພື້ນຖານເສດຖະກິດ.
        ເມື່ອອະພິປາຍບັນຫາເຊິ່ງບັນດາສະມາຊິກສະພາແຫ່ງຊາດເຕື້ອງເຖິງໃນຂົງເຂດເສດຖະກິດ, ການລົງທຶນດຳເນີນທຸລະກິດ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີ໊ຢຸງ ກໍ່ຍ້ອນຮັບບັນດາສິ່ງທີ່ຍັງຄົງຄ້າງ, ສິ່ງຈຳກັດຂອງພື້ນຖານເສດຖະກິດໃນປັດຈຸບັນ ໃນພື້ນຖານໂຄງລ່າງການພັດທະນາເສດຖະກິດ, ປ່ຽນແປງໃໝ່ຮູບການເຕີບໂຕພື້ນຖານເສດຖະກິດ, ສ້າງໂຄງປະກອບບັນດາຂະແໜງການ, ຂົງເຂດຕ່າງໆ.
        ແລະຕອນບ່າຍໃນວັນດຽວກັນ, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການດຳເນີນທຸລະກິດປະກັນໄພ ແລະ ກົດໝາຍວ່າດ້ວຍຊັບສິນທາງປັນຍາ.
 (ແຫຼ່ງຄັດຈາກ VOV)


top