ຂ່າວສານ

ສະພາແຫ່ງຊາດປຶກສາຫາລືກ່ຽວກັບເສດຖະກິດ - ສັງຄົມ ແລະ ງົບປະມານ

ບັນດາສະມາຊິກສະພາແຫ່ງຊາດໄດ້ຕີລາຄາວ່າ, ໃນສະພາບການເສດຖະກິດໂລກ ແລະ ພາຍໃນປະເທດມີບັນດາການຜັນແປໃໝ່, ສັບສົນ, ກໍ່ຄວາມຫຍຸ້ງຍາກ...

ບັນດາສະມາຊິກສະພາແຫ່ງຊາດໄດ້ຕີລາຄາວ່າ, ໃນສະພາບການເສດຖະກິດໂລກ ແລະ ພາຍໃນປະເທດມີບັນດາການຜັນແປໃໝ່, ສັບສົນ, ກໍ່ຄວາມຫຍຸ້ງຍາກ...

    

(ພາບປະກອບ: TTXVN)

ໂດຍສືບຕໍ່ໂຄງການດຳເນີນງານຂອງກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ຕອນເຊົ້າວັນທີ 22 ຕຸລາ, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືຢູ່ໜ່ວຍກ່ຽວກັບແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດ. ບັນດາສະມາຊິກສະພາແຫ່ງຊາດໄດ້ຕີລາຄາວ່າ, ໃນສະພາບການເສດຖະກິດໂລກ ແລະ ພາຍໃນປະເທດມີບັນດາການຜັນແປໃໝ່, ສັບສົນ, ກໍ່ຄວາມຫຍຸ້ງຍາກ, ສິ່ງທ້າທາຍຢ່າງໃຫຍ່ຫຼວງຫຼາຍຢ່າງກ່ວາເມື່ອທຽບໃສ່ການຄາດຄະເນ, ແຕ່ດ້ວຍຈຳນວນ 14/15 ຄາດໝາຍເສດຖະກິດສັງຄົມຄາດວ່າຈະບັນລຸ ໃນນັ້ນແມ່ນລື່ນກາຍຄາດໝາຍ. ທ່ານ ຫງວຽນກວາງຮວັນ, ສັງກັດຄະນະສະມາຊິກສະພາແຫ່ງຊາດແຂວງ ບິ່ງເຢືອງ, ຖືວ່າ:

        “ຖ້າເພື່ອບັນລຸຄາດໝາຍບລາຍຮັບສະເລ່ຍຕໍ່ຫົວຄົນໃຫ້ໄດ້ 7.000 USD/ຄົນ/ປີ ໃນປີ 2030 ຈະຕ້ອງຮັກສາການເຕີບໂຕຕໍ່ເນື່ອງແຕ່ປີນີ້ຮອດປີ 2030 ແມ່ນຢູ່ໃນລະດັບ 8%/ປີ. ໃນໂຄງປະກອບເສດຖະກິດ, ຂ້າພະເຈົ້າສະເໜີເປັນພິເສດວ່າຕ້ອງມີນະໂຍບາຍເພື່ອໃຫ້ພວກເຮົາເຂົ້າຮ່ວມບັນດາຂອດການຜະລິດທີ່ມີມູນຄ່າເພີ່ມສູງ, ເພື່ອຫຼີກລ້ຽງການກາຍເປັນສະຖານທີ່ຜະລິດສິ້ນສ່ວນຂອງໂລກ, ແມ່ນກຸ່ມບໍ່ມີມູນຄ່າເພີ່ມສູງ.”

ແຫຼ່ງຄັດຈາກ VOV


top