ຂ່າວສານ

ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງມະຕິວ່າດ້ວຍອຳນາດການປົກຄອງຕົວເມືອງ ນະຄອນໂຮ່ຈີມິນ ແລະ ຜ່ານມະຕິວ່າດ້ວຍບຸກຄະລາກອນ

      ຕອນເຊົ້າວັນທີ 12 ພະຈິກ, ສະພາແຫ່ງຊາດຫວຽດນາມ ໄດ້ປຶກສາຫາລືກ່ຽວກັບຮ່າງມະຕິວ່າດ້ວຍການຈັດຕັ້ງອຳນາດການປົກຄອງຕົວເມືອງຢູ່ນະຄອນໂຮ່ຈີມິນ ແລະ ຜ່ານມະຕິວ່າດ້ວຍການໃຫ້ສັດຕະຍາບັນແຕ່ງຕັ້ງບັນດາລັດຖະມົນຕີກະຊວງວິທະຍາສາດ - ເຕັກໂນໂລຢີ...

ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຫວຽດນາມ (ພາບ: quochoi.vn) 
       ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ຕອນເຊົ້າວັນທີ 12 ພະຈິກ, ສະພາແຫ່ງຊາດຫວຽດນາມ ໄດ້ປຶກສາຫາລືກ່ຽວກັບຮ່າງມະຕິວ່າດ້ວຍການຈັດຕັ້ງອຳນາດການປົກຄອງຕົວເມືອງຢູ່ນະຄອນໂຮ່ຈີມິນ ແລະ ຜ່ານມະຕິວ່າດ້ວຍການໃຫ້ສັດຕະຍາບັນແຕ່ງຕັ້ງບັນດາລັດຖະມົນຕີກະຊວງວິທະຍາສາດ - ເຕັກໂນໂລຢີ, ລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ວ່າການທະນາຄານແຫ່ງລັດ ຫວຽດນາມ, ຜູ້ພິພາກສາສານປະຊາຊົນສູງສຸດ.
        ໃນຕອນບ່າຍຂອງວັນດຽວກັນ, ສະມາຊິກສະພາແຫ່ງຊາດໄດ້ລົງຄະແນນສຽງຮັບຮອງເອົາມະຕິວ່າດ້ວຍແຜນງົບປະມານແຫ່ງລັດ ປີ 2021, ປຶກສາຫາລືກ່ຽວກັບບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ ບໍລິສັດໃຫຍ່ການບິນ ຫວຽດນາມ ຍ້ອນຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19 ແລະ ຮ່າງມະຕິວ່າດ້ວຍການທົດລອງການຄຸ້ມຄອງ, ນຳໃຊ້ທີ່ດິນປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ສົມທົບກັບການອອກແຮງງານທຳການຜະລິດ ແລະ ສ້າງເສດຖະກິດ.
(ແຫຼ່ງຄັດຈາກ VOV)


top