ຂ່າວສານ

ສະພາແຫ່ງຊາດປຶກສາຫາລືກ່ຽວກັບສະພາບການເສດຖະກິດ - ສັງຄົມ

ເມື່ອປຶກສາຫາລືທີ່ຫໍປະຊຸມ, ສະມາຊິກສະພາແຫ່ງຊາດ (ສສຊ) ສ່ວນຫຼາຍ ໄດ້ຕີລາຄາສູງໝາກຜົນແຫ່ງການບໍລິຫານເສດຖະກິດຂອງລັດຖະບານໃນໄລຍະຜ່ານມາ ດ້ວຍຕົວເລກປະທັບໃຈ, ບັນດາຄາດໝາຍພັດທະນາເສດຖະກິດ - ສັງຄົມ ປີ 2017

ວັນທີ 25 ພຶດສະພາ, ສະພາແຫ່ງຊາດເຮັດວຽກຢູ່ຫໍປະຊຸມ

ວັນທີ 25 ພຶດສະພາ, ສະພາແຫ່ງຊາດໄດ້ຈັດວາລະປະຊຸມຄົບຄະນະທີ່ຫໍປະຊຸມ ເພື່ອປຶກສາຫາລື, ປະກອບຄຳເຫັນຕີລາຄາເພີ່ມເຕີມໝາກຜົນແຫ່ງການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດປີ 2017; ສະພາບການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານຂອງລັດຊຸມເດືອນຕົ້ນປີ 2018 ແລະ ສະຫລຸບຂາດຕົວງົບປະມານແຫ່ງລັດປີ 2016.

          ເມື່ອປຶກສາຫາລືທີ່ຫໍປະຊຸມ, ສະມາຊິກສະພາແຫ່ງຊາດ (ສສຊ) ສ່ວນຫຼາຍ ໄດ້ຕີລາຄາສູງໝາກຜົນແຫ່ງການບໍລິຫານເສດຖະກິດຂອງລັດຖະບານໃນໄລຍະຜ່ານມາ ດ້ວຍຕົວເລກປະທັບໃຈ, ບັນດາຄາດໝາຍພັດທະນາເສດຖະກິດ - ສັງຄົມ ປີ 2017 ໂດຍສະພາແຫ່ງຊາດມອບໝາຍໃຫ້ລ້ວນແຕ່ບັນລຸ ແລະ ລື່ນກາຍຄາດໝາຍ... ທ່ານ ຫງວຽນແທງຊວນ, ສສຊ ແຂວງ ເກີນເທີ, ສະແດງຄວາມເຫັນວ່າ:

          “ຂ້າພະເຈົ້າໄດ້ຕີລາຄາສູງກ່ຽວກັບການລາຍງານແມ່ນຄົບຖ້ວນ, ມີຄວາມເລິກເຊິ່ງ ແລະ ເປັນໜ້າເຊື່ອຖືເກ້ຍກອມຂອງລັດຖະບານກ່ຽວກັບສະພາບການເສດຖະກິດ ສັງຄົມປີ 2017 ແລະ ຊຸມເດືອນຕົ້ນປີ 2018, ກໍ່ຄືບັນດາມາດຕະການຂອງຊຸມເດືອນຍັງເຫຼືອຂອງປີ 2018. ອາດເວົ້າໄດ້ວ່າ, ສະພາບການເສດຖະກິດ - ສັງຄົມປີ 2017 ແລະ ຊຸມເດືອນຕົ້ນປີ 2018 ແມ່ນດີຫຼາຍ, ສ້າງຄວາມໄວ້ເນື້ອເຊື່ອໃຈອັນໃຫຍ່ຫຼວງໃຫ້ພວກຂ້າພະເຈົ້າ ແລະ ຜູ້ມີສິດເລືອກຕັ້ງກ່ຽວກັບການພັດທະນາເສດຖະກິດ - ສັງຄົມປະເທດຊາດ ແລະ ສ້າງທ່ວງທ່າໃຫ້ຊຸມປີຕໍ່ໄປ.”

          ວັນທີ 26 ພຶດສະພາ, ສະພາແຫ່ງຊາດຈະສືບຕໍ່ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບສະພາບການເສດຖະກິດ - ສັງຄົມ, ສະຫລຸບຂາດຕົວງົບປະມານແຫ່ງລັດ; ສະມາຊິກລັດຖະບານຈະກ່າວຄຳເຫັນອະພິປາຍ, ເຮັດແຈ້ງບາງບັນຫາໂດຍ ສສຊ ຍົກອອກມາ.

(ແຫຼ່ງຄັດຈາກ VOV)



top