ຂ່າວສານ

ສະພາແຫ່ງຊາດປຶກສາຫາລືກ່ຽວກັບກົດໝາຍອາຍາ

      ຕອນເຊົ້າວັນທີ 24/5, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍປັບປຸງເພີ່ມເຕີມບາງມາດຕາຂອງປະມວນກົດໝາຍອາຍາປີ 2015.

ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍປັບປຸງເພີ່ມເຕີມ
ບາງມາດຕາຂອງປະມວນກົດໝາຍອາຍາປີ 2015
      ໂດຍສືບຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 3, ຕອນເຊົ້າວັນທີ 24/5, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍປັບປຸງເພີ່ມເຕີມບາງມາດຕາຂອງປະມວນກົດໝາຍອາຍາປີ 2015. ສ.ສ.ຊ ສ່ວນຫຼາຍໄດ້ເຫັນດີກັບວິທີການທີ 2 ຊຶ່ງກຳນົດວ່າ : ຜູ້ໃນເກັ່ນອາຍຸຄົບ 14 ປີຫາຕ່ຳກ່ວາ 16 ປີ ແມ່ນຕ້ອງຮັບຜິດຊອບທາງອາຍາສຳລັບການກະທຳຜິດຄະຣຸໂທດ ແລະ ບໍ່ຖືກຮັບຜິດຊອບທາງອາຍາສຳລັບການກະທຳຜິດໂທສານຸໂທດ. ທ່ານບຸຍວັນຊ້ວຽນ ສ.ສ.ຊ ແຂວງທ້າຍບີງ ຖືວ່າ :
    “ ຂ້າພະເຈົ້າເຫັນດີກັບ ວິທີການທີ 2 ແມ່ນຮັກສາຄືດັ່ງຮ່າງກົດໝາຍໂດຍລັດຖະບານຍື່ນສະເໜີ. ພ້ອມກັນນັ້ນ, ສິ່ງນີ້ກໍ່ເຊັ່ນດຽວກັນກັບຄຳເຫັນຂອງບັນດາອົງການສຳນັກງານຂັ້ນສູນກາງ ໂດຍມີທັດສະນະສະເໝີຕົ້ນສະເໝີປາຍກ່ຽວກັບນະໂຍບາຍອາຍາສຳລັບເດັກໃນ ປະມວນກົດໝາຍອາຍາແຕ່ປີ 1999 ແລະ ທັດສະນະປັບປຸງ ປະມວນກົດໝາຍອາຍາປີ 2015 ແມ່ນບໍ່ເພື່ອບາງຄະດີໃນເວລາທີ່ຜ່ານມາເຊິ່ງພວກເຮົາຕ້ອງປ່ຽນແປງທັງນະໂຍບາຍອາຍາໃຫຍ່ສຳລັບເດັກທີ່ໄດ້ຄົງຕົວ ແລະ ເປັນປົກກະຕິເປັນໄລຍະຍາວນານ ”
(ແຫຼ່ງຄັດຈາກ VOV)

top