ຂ່າວສານ

ສະພາແຫ່ງຊາດດຳເນີນບັນດາລະບຽບການໃຫ້ເຊົາການດຳລົງຕຳແໜ່ງປະທານສະພາແຫ່ງຊາດ, ປະທານສະພາເລືອກຕັ້ງແຫ່ງຊາດ


(ພາບ​ປະ​ກອບ)
      ຕອນ​ເຊົ້າ​ວັນ​ທີ 30/03, ສະ​ພາ​ແຫ່ງ​ຊາດ​ໄ​ດ້​ປຶກ​ສາ​ຫາ​ລື​ບາງ​ບັນ​ດາ​ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັ​ນ​ຂອງ​ຮ່າງ​ກົດ​ໝາຍວ່າ​ດ້ວຍ​ການ​ລົງ​ນາມ, ເຂົ້າ​ຮ່ວມ ແລະ ປະ​ຕິ​ບັດສົນ​ທິ​ສັນ​ຍາ​ສາ​ກົນ (ສະ​ບັບ​ປັບ​ປຸງ). ຜ່ານ​ການ​ປຶກ​ສາ​ຫາ​ລື, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ໄດ້​ເຫັນ​ດີ​ກັບ​ຫຼາຍ​ເນື້ອ​ໃນ​ທີ່​ໄດ້​ຮັບ​ຮອງ, ປັບ​ປຸງ​ໃນ​ຮ່າງ​ກົດ​ໝາຍ.
        ແລະ​ກ​ໍ​ໃນ​ຕອນ​ເຊົ້າ​ວັນ​ທີ 30/03, ສະ​ພາ​ແຫ່ງ​ຊາດ​ໄດ້​ດຳ​ເນີນ​ວຽກ​ງານ​ບຸກ​ຄະ​ລາ​ກອນ ດ້ວຍ​ເລື່ອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊ​າດ​ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດໃຫ້​ເຊົາ​ການ​ດຳ​ລົງ​ຕຳ​ແໜ່ງປະ​ທານ​ສະ​ພາ​ແຫ່ງ​ຊາດ, ປະ​ທານ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ.
       ຕາມ​ຜົນ​ຂອງ​ການ​ນັບ​ບັດ​ທີ່​ໄດ້​ປະ​ກາດ​ໃນ​ຕອນ​ບ່າຍ​ວັນ​ທີ 30/3, ອັດ​ຕາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ເຫັນ​ດີ​ຕໍ່​ການ​ໃຫ້​ເຊົາ​ດຳ​ລົງ​ຕຳ​ແໜ່ງປະ​ທານ​ສະ​ພາ​ແຫ່ງ​ຊາດ, ປະ​ທານ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດສຳ​ລັບ​ທ່ານ ຫງວຽນ​ຊິງ​ຮຸ່ງ ແມ່ນ 87,25% ແລະ 87,04%. ຕໍ່​ຈາກນັ້ນ, ບັນ​ດາ ສ.ສ.ຊ ກໍ​ໄດ້​ລົງ​ຄະ​ແນນ​ສຽງ​ຮັບ​ຮອງ​ເອົາ​ມະ​ຕິ​ກ່ຽວ​ກັບການ​ໃຫ້​ເຊົາ​ດຳ​ລົງ​ຕຳ​ແໜ່ງປະ​ທານ​ສະ​ພາ​ແຫ່ງ​ຊາດ, ປະ​ທານ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດສຳ​ລັບ ທ່ານ ຫງວຽນ​ຊິງ​ຮຸ່ງດ້ວຍ​ອັດ​ຕາ​ສ່ວນ​ເຫັນ​ດີ 92,11%.     ຕອນ​ບ່າຍ​ຂອງວັນ​ດຽວ​ກັນ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ໄດ້​ຍືນ​ສະ​ເໜີ​ຮ່າງ​ບຸກ​ຄະ​ລາ​ກອນ​ເພື່ອ​ໃຫ້​ສະ​ພາ​ແຫ່ງ​ຊາດ​ເລືອກ​ຕັ້ງປະ​ທານ​ສະ​ພາ​ແຫ່ງ​ຊາດ, ປະ​ທານ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ.
 (ແຫຼ່ງຄັດຈາກ VOV)

top