ຂ່າວສານ

ສະພາແຫ່ງຊາດດຳເນີນການພົ້ນຕຳແໜ່ງນາຍົກລັດຖະມົນຕີສຳລັບທ່ານ ຫງວຽນຊວັນຟຸກ ຢ່າງເປັນທາງການ

      ທ່ານ ຫງວຽນຊວັນຟຸກ ຍັງສືບຕໍ່ປະຕິບັດໜ້າທີ່ ນາຍົກລັດຖະມົນຕີ ຈົດຮອດເວລາມອບສິດໜ້າທີ່ໃຫ້ແກ່ນາຍົກລັດຖະມົນຕີ ຄົນຕໍ່ໄປ.
ບັນດາຜູ້ແທນລົງປ່ອນບັດຮັບຮອງເອົາການພົ້ນຕຳແໜ່ງຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ
(ພາບ: VGP)
      ຕອນເຊົ້າວັນທີ 2 ເມສາ, ຢູ່ກອງປະຊຸມຄັ້ງທີ 11, ສະພາແຫ່ງຊາດຊຸດທີ XIV, ທ່ານປະທານປະເທດ ໄດ້ລາຍງານຕໍ່ສະພາແຫ່ງຊາດກ່ຽວກັບການອະພິປາຍ, ຮັບຟັງຄຳເຫັນຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບການພົ້ນຕຳແໜ່ງນາຍົກລັດຖະມົນຕີ. ພາຍຫຼັງປຶກສາຫາລືຢູ່ຄະນະ, ສະພາແຫ່ງຊາດໄດ້ດຳເນີນການພົ້ນຕຳແໜ່ງນາຍົກລັດຖະມົນຕີ ດ້ວຍຮູບການປ່ອນບັດລັບ.
            ຮ່າງມະຕິກ່ຽວກັບການພົ້ນຕຳແໜ່ງ ນາຍົກລັດຖະມົນຕີກໍ່ໄດ້ຮັບການລົງຄະແນນສຽງຮັບຮອງເອົາຈາກ ສະພາແຫ່ງຊາດ ດ້ວຍ 446/452 ສະມາຊິກທີ່ເຂົ້າຮ່ວມການລົງຄະແນນສຽງເຫັນດີ (ກວມເອົາ 92,92% ຍອດຈຳນວນສະມາຊິກສະພາແຫ່ງຊາດ).
        ທ່ານ ຫງວຽນຊວັນຟຸກ ຍັງສືບຕໍ່ປະຕິບັດໜ້າທີ່ ນາຍົກລັດຖະມົນຕີ ຈົດຮອດເວລາມອບສິດໜ້າທີ່ໃຫ້ແກ່ນາຍົກລັດຖະມົນຕີ ຄົນຕໍ່ໄປ.
        ແລະກໍ່ໃນຕອນເຊົ້າວັນທີ 2 ເມສາ, ສະພາແຫ່ງຊາດໄດ້ດຳເນີນຂັ້ນຕອນພົ້ນຕຳແໜ່ງປະທານປະເທດ. ຄະນະປະຈຳສະພາແຫ່ງຊາດໄດ້ຍື່ນໜັງສືພົ້ນຕຳແໜ່ງສຳລັບທ່ານ ຫງວຽນຝຸຈ້ອງ ປະທານປະເທດ ຫວຽດນາມ ຕໍ່ສະພາແຫ່ງຊາດ. ບັນດາຜູ້ແທນສະມາຊິກສະພາແຫ່ງຊາດທີ່ໄດ້ປຶກສາຫາລືຢູ່ຄະນະ ກ່ຽວກັບເລື່ອງພົ້ນຕຳແໜ່ງປະທານປະເທດ.
(ແຫຼ່ງຄັດຈາກ VOV)


top