ຂ່າວສານ

ສະພາແຫ່ງຊາດຊຸດທີ XV: ໃຫ້ສັດຕະຍາບັນແຕ່ງຕັ້ງລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ, ສາທາລະນະສຸກ ແລະ ປ່ອນບັດເລືອກຕັ້ງຫົວໜ້າອົງການກວດສອບແຫ່ງລັດ

ທ່ານ ຫງວຽນວັນຖັງ, ກຳມະການສູນກາງພັກ, ເລຂາພັກແຂວງ ດ້ຽນບຽນ ດຳລົງຕຳແໜ່ງລັດຖະມົນຕີກະຊວງຄົມມະນາຄົມ ແລະ ຂົນສົ່ງ ອາຍຸການ 2021 – 2026.

ທ່ານ ຫງວຽນວັນຖັງ, ກຳມະການສູນກາງພັກ, ເລຂາພັກແຂວງ ດ້ຽນບຽນ ດຳລົງຕຳແໜ່ງລັດຖະມົນຕີກະຊວງຄົມມະນາຄົມ ແລະ ຂົນສົ່ງ ອາຍຸການ 2021 – 2026.

    

ບັນດາທ່ານໄດ້ຮັບການແຕ່ງຕັ້ງທີ່ກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV

ຕອນບ່າຍວັນທີ 21 ຕຸລາ, ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ດ້ວຍຈຳນວນຜູ້ມີໜ້າ 459/460 ຄົນໄດ້ເຫັນດີເປັນເອກະພາບ, ສະພາແຫ່ງຊາດໄດ້ຮັບຮອງເອົາມະຕີປ່ອນບັດເລືອກຕັ້ງທ່ານ ໂງວັນຕວັນ, ກຳມະການສູນກາງພັກ, ຮອງຫົວໜ້າອົງການກວດສອບແຫ່ງລັດ ຮັບຜິດຊອບການກວດສອບແຫ່ງລັດດຳລົງຕຳແໜ່ງຫົວໜ້າອົງການກວດສອບແຫ່ງລັດ, ອາຍຸການ 2021 – 2026.

        ດ້ວຍຈຳນວນຜູ້ມີໜ້າ 434/458 ຄົນໄດ້ເຫັນດີເປັນເອກະພາບ, ສະພາແຫ່ງຊາດໄດ້ຮັບຮອງເອົາມະຕິໃຫ້ສັດຕະຍາບັນແຕ່ງຕັ້ງທ່ານນາງ ດ່າວຮົ່ງລານ, ກຳມະການສູນກາງພັກ, ຮັກສາການລັດຖະມົນຕີກະຊວງສາທາລະນະສຸກ ດຳລົງຕຳແໜ່ງລັດຖະມົນຕີກະຊວງສາທາລະນະສຸກ, ອາຍຸການ 2021 – 2026; ທ່ານ ຫງວຽນວັນຖັງ, ກຳມະການສູນກາງພັກ, ເລຂາພັກແຂວງ ດ້ຽນບຽນ ດຳລົງຕຳແໜ່ງລັດຖະມົນຕີກະຊວງຄົມມະນາຄົມ ແລະ ຂົນສົ່ງ ອາຍຸການ 2021 – 2026.

ແຫຼ່ງຄັດຈາກ VOV


top