ຕອນເຊົ້າວັນທີ 5 ກັນຍາ,ສະພາແຫ່ງຊາດກໍາປູເຈຍ ຊຸດທີ 6 ໄດ້ດໍາເນີນກອງປະຊຸມຄັ້ງປະຖົມມະລຶກ ພາຍໃຕ້ການເປັນປະທານຂອງ ເຈົ້າຊີວິດ Norodom Sihamoni. ກອງປະຊຸມໄດ້ດໍາເນີນໄວກວ່າ ເມື່ອທຽບໃສ່ກັບຂໍ້ກໍານົດຂອງລັດຖະທໍາມະນູນຂອງກໍາປູເຈຍ ນັ້ນແມ່່ນ ພາຍຫຼັງ 60 ວັນ ນັບແຕ່ມື້ປ່ອນບັດເລືືອກຕັ້ງສະພາແຫ່ງຊາດຊຸດໃໝ່ ຕ້ອງດໍາເນີນການປະຊຸມຄັ້ງທໍາອິດ.
ທ່ານອະດີດປະທານສະພາແຫ່ງຊາດຊຸດທີ 5, ສະມາຊິກສະພາແຫ່ງຊາດຊຸດທີ 6 Samdech Heng Samrin
ເຂົ້າຮ່ວມກອງປະຊຸມ. (ພາບ:TTXVN)
ແຜນການດໍາເນີນງານຂອງກອງປະຊຸມລວມມີ ການຮັບຮອງເອົາບັນຊີລາຍຊື່ຂອງບັນດາສະມາຊິກສະພາແຫ່ງຊາດຊຸດໃໝ່ ແລະ ກົດລະບຽບການເຄື່ອນໄຫວຂອງສະພາແຫ່ງຊາດຊຸດໃໝ່.
ຕອນບ່າຍຂອງວັນດຽວກັນ, ສະມາຊິກສະພາແຫ່ງຊາດຊຸດໃໝ່ທັງໝົດ ໄດ້ເຂົ້າ ສາບານຕົວ ຕໍ່ໜ້າເຈົ້າຊີວິດ Norodom Sihamoni ຢູ່ພະລາຊະວັງ.
ຕາມແຜນການແລ້ວ, ຕອນເຊົ້າວັນທີ 6 ກັນຍາ, ສະພາແຫ່ງຊາດຊຸດທີ 6 ສືບຕໍ່ກອງປະຊຸມຄັ້ງປະຖົມມະລຶກ ເພື່ອປ່ອນບັດເລືອກຕັ້ງປະທານ ແລະ ຮອງປະທານ 02 ທ່ານຂອງສະພາແຫ່ງຊາດຊຸດໃໝ່; ຫົວໜ້າ, ຮອງຫົວໜ້າບັນດາກໍາມາທິການຕ່າງໆຂອງສະພາແຫ່ງຊາດ.
(ແຫຼ່ງຄັດຈາກ VOV)