ຂ່າວສານ

ສະພາແຫ່ງຊາດ ເລີ່ມເຮັດວຽກໃນອາທິດທີ 2

      ວັນທີ 29 ມີນາ, ຢູ່ຮ່າໂນ້ຍ, ກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XIV ເລີ່ມເຮັດວຽກໃນອາທິດທີ 2 ດ້ວຍຫຼາຍເນື້ອໃນທີ່ສຳຄັນ.
ວາລະເຮັດວຽກໃນວັນທີ 26 ມີນາ  2021 ຂອງສະພາແຫ່ງຊາດ ຫວຽດນາມ (ພາບ: TTXVN)
      ສະພາແຫ່ງຊາດສືບຕໍ່ປຶກສາຫາລືກ່ຽວກັບບົດລາຍງານວຽກງານອາຍຸການ 2016 – 2021 ຂອງປະທານປະເທດ, ລັດຖະບານ ແລະ ບູລະນະບຸກຄະລາກອນໃຫ້ສົມບູນ.
        ສະພາແຫ່ງຊາດຈະບູລະນະ 25 ຕຳແໜ່ງ ໃຫ້ສົມບູນເຊິ່ງລວມມີ: ປະທານສະພາແຫ່ງຊາດ, ປະທານປະເທດ, ນາຍົກລັດຖະມົນຕີ… ແລະ ອະນຸມັດຜ່ານການແຕ່ງຕັ້ງບັນດາສະມາຊິກລັດຖະບານ. ທໍາອິດ, ສະພາແຫ່ງຊາດ ກໍຈະດຳເນີນການອຳລາຕຳແໜ່ງຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ; ຖັດຈາກນັ້ນ ແມ່ນທ່ານປະທານປະເທດ ຫງວຽນຝູຈ້ອງ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ. ພ້ອມກັນນັ້ນ ກໍເລືອກຕັ້ງບຸກຄະລາກອນແທນໃຫ້ບັນດາຕຳແໜ່ງດັ່ງກ່າວ ດ້ວຍຮູບການປ່ອນບັດລັບ. ປະທານປະເທດ, ນາຍົກລັດຖະມົນຕີ, ປະທານສະພາແຫ່ງຊາດຄົນໃໝ່ ຈະສາບານຕົວຮັບເຂົ້າດຳລົງຕຳແໜ່ງ ພາຍຫຼັງທີ່ໄດ້ຮັບການເລືອກຕັ້ງຈາກສະພາແຫ່ງຊາດ./.
(ແຫຼ່ງຄັດຈາກ VOV)


top