ຂ່າວສານ

ສະພາແຫ່ງຊາດ ອາດຈະຈັດກອງປະຊຸມຕາມຫົວເລື່ອງສະເພາະໃນທ້າຍປີນີ້ ເພື່ອແກ້ໄຂເນື້ອໃນຮີບດ່ວນຈຳນວນໜຶ່ງ

      ເນື້ອໃນທັງໝົດທີ່ກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ ສຳເລັດແລ້ວ ແລະ ກຽມພ້ອມແກ່ວັນໄຂກອງປະຊຸມສະໄໝສາມັນເທື່ອທີ 2 ໃນວັນທີ 20 ຕຸລາ ນີ້.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້  ກ່າວຄຳເຫັນອັດກອງປະຊຸມ (ພາບ: TTXVN)
      ຕອນເຊົ້າວັນທີ 14 ຕຸລາ, ຢູ່ຮ່າໂນ້ຍ, ກ່າວຄຳເຫັນອັດກອງປະຊຸມຄັ້ງທີ 4, ຄະນະປະຈຳສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໃຫ້ຮູ້ວ່າ: ເນື້ອໃນທັງໝົດທີ່ກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ ສຳເລັດແລ້ວ ແລະ ກຽມພ້ອມແກ່ວັນໄຂກອງປະຊຸມສະໄໝສາມັນເທື່ອທີ 2 ໃນວັນທີ 20 ຕຸລາ ນີ້.
        ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ສະເໜີໃຫ້ປະກາດໃຊ້ບົດສະຫຼຸບກອງປະຊຸມຄະນະປະຈຳສະພາແຫ່ງຊາດຄັ້ງທີ 4 ນີ້ ໂດຍໄວ ເພື່ອເປັນພື້ນຖານໃຫ້ອົງການຕ່າງໆຂອງສະພາແຫ່ງຊາດ, ລັດຖະບານ ສົ່ງໄປໃຫ້ສະມາຊິກສະພາແຫ່ງຊາດແຕ່ລະຄົນ. ບົດລາຍງານຕ່າງໆ, ໂດຍສະເພາະແມ່ນບົດລາຍງານການກວດກາຢັ້ງຢືນ ຮັບປະກັນຄວາມກະທັດລັດ, ເລິກເຊິ່ງ, ເຮັດແຈ້ງບັນດາບັນຫາເຊິ່ງຜູ້ມີສິດເລືອກຕັ້ງມີຄວາມສົນໃຈ.
        ສຳລັບບັນຫາອື່ນໆທີ່ມີຄວາມສຳຄັນເປັນພິເສດ ແລະ ຮີບດ່ວນ, ປະທານສະພາແຫ່ງຊາດຖືວ່າ ຈະລາຍງານຕໍ່ສະພາແຫ່ງຊາດ ເພື່ອໃຫ້ທ້າຍປີນີ້ຈັດກອງປະຊຸມຫົວເລື່ອງສະເພາະ ເພື່ອແກ້ໄຂເນື້ອໃນທັງໝົດເຫຼົ່ານັ້ນ, ຮັບໃຊ້ໃຫ້ແກ່ຍຸດທະສາດຄວບຄຸມ, ປ້ອງກັນ, ຕ້ານໂລກລະບາດ ກໍຄື ຍຸດທະສາດສັງລວມແຜນການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ.
(ແຫຼ່ງຄັດຈາກ VOV)


top