ຂ່າວສານ

ສະພາແຫ່ງຊາດ ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມື

ການນຳ 2 ທ່ານໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງແຮງຂອງສາຍພົວພັນ ລາວ - ຫວຽດນາມ ໃນທຸກຂົງເຂດ.
ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ພົບປະສົນທະນາກັບທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ ລາວ. (ພາບ: Thống Nhất – TTXVN)

ຕອນບ່າຍວັນທີ 05 ກຸມພາ, ຢູ່ນະຄອນຫຼວງ ວຽງຈັນ, ລາວ, ໃນຂອບເຂດການຢ້ຽມຢາມທາງລັດຖະກິດປະເທດ ລາວ ຂອງທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ພົບປະສົນທະນາກັບທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ ລາວ.

        ການນຳ 2 ທ່ານໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງແຮງຂອງສາຍພົວພັນ ລາວ - ຫວຽດນາມ ໃນທຸກຂົງເຂດ. ກ່ຽວກັບການຮ່ວມມືລະຫວ່າງ 2 ອົງການນິຕິບັນຍັດ, ການນຳ 2 ທ່ານໄດ້ຕີລາຄາສູງເລື່ອງ ສະພາແຫ່ງຊາດ 2 ປະເທດໄດ້ສົມທົບກັນຈັດພິມຈຳໜ່າຍປື້ມ “50 ປີແຫ່ງການພົວພັນລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ລາວ”, ຖືນີ້ແມ່ນສິ່ງພິສູດໃຫ້ເຫັນຢ່າງມີຊີວິດຊີວາ ສ່ອງແສງປະຫວັດສາດການຮ່ວມມືຢ່າງຮອບດ້ານລະຫວ່າງ 2 ສະພາແຫ່ງຊາດ; ເຫັນດີເປັນເອກະພາບສືບຕໍ່ຍູ້ແຮງການໂຄສະນາກ່ຽວກັບສາຍພົວພັນລະຫວ່າງ 2 ປະເທດເວົ້າລວມ ແລະ ການພົວພັນຮ່ວມມືລະຫວ່າງອົງການນິຕິບັດຍັດຂອງ 2 ປະເທດເວົ້າສະເພາະ, ພິເສດແມ່ນໃຫ້ແກ່ລຸ້ນໜຸ່ມ; ການນຳ 2 ທ່ານກໍ່ສະເໜີໃຫ້ອົງການນິຕິບັນຍັດ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການຕິດຕາມການຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ; ຍູ້ແຮງການຮ່ວມມືລະຫວ່າງບັນດາກຳມາທິການຂອງສະພາແຫ່ງຊາດ, ເພີ່ມທະວີການພົບປະແລກປ່ຽນລະຫວ່າງກຸ່ມສະມາຊິກລັດຖະສະພາໜຸ່ມ; ເພີ່ມທະວີການພົບປະແລກປ່ຽນປະຊາຊົນ…


top