ຂ່າວສານ

ສະພາແຫ່ງຊາດ ຫວຽດນາມ ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ເຂົ້າໃນການຊຸກຍູ້ການພົວພັນຄູ່ຮ່ວມມືລັດດຖະສະພາ

ໂດຍນອນໃນຂອບເຂດກອງປະຊຸມປະຈຳປີຄັ້ງທີ 28 ຂອງເວທີປາໄສລັດຖະສະພາ ອາຊີ-ປາຊີຟິກ ທີພວມຈັດຕັ້ງຂຶ້ນຢູ່ນະຄອນຫຼວງ ແຄັນເບີຣາ ຂອງ ອົດສະຕາລີ, ວັນທີ 14 ມັງກອນ, ທ່ານນາງຮອງປະທານຜູ້ປະຈໍາການສະພາແຫ່ງຊາດ ຫວຽດນາມຕ່ອງທິຟ໊ອງ ມີບົດກ່າວປາໄສສຳຄັນຢູ່ວາລະປະຊຸມຄົບຄະນະຂອງກອງປະຊຸມ APPF-28. 

ທ່ານນາງຮອງປະທານຜູ້ປະຈໍາການສະພາແຫ່ງຊາດ ຕ່ອງທິຟ໊ອງ

ໃນບົດກ່າວປາໄສ, ທ່ານນາງຮອງປະທານຜູ້ປະຈໍາການສະພາແຫ່ງຊາດ ຕ່ອງທິຟ໊ອງ ໄດ້ຢັ້ງຢືນເຖິງແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບແລະຫຼາຍຝ່າຍ; ເປັນສະມາຊິກທີມີຄວາມເປັນເຈົ້າການ, ມີຄວາມຮັບຜິດຊອບໃນປະຊາຄົມສາກົນ. ປີ 2020 ມີຄວາມໝາຍສຳຄັນສຳຫລັບ ຫວຽດນາມ ເມື່ອດຳລົງຫຼາຍຕຳແໜ່ງສຳຄັນລວມມີ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021, ປະທານ ອາຊຽນ ແລະ ສະພາແຫ່ງຊາດ ຫວຽດນາມ ແບກຫາບບົດບາດ ເປັນປະທານລັດຖະສະພາລະຫວ່າງຊາດ ອາຊຽນ (AIPA)

ເພື່ອປະກອບສວ່ນຊຸກຍູ້ການພົວພັນຄູ່ຮ່ວມມືຫລັດຖະສະພາໃນປີ 2020 ແລະ ໄລຍະຕໍ່ໄປ, ທ່ານນາງຮອງປະທານຜູ້ປະຈໍາການສະພາແຫ່ງຊາດຕ່ອງທິຟ໊ອງ ສະເໜີບາງວິທີການແກ້ໄຂຄື: ເພີ່ມທະວີສ້າງຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າອົກເຂົ້າໃຈ ແລະ ເຄົາລົບຊຶ່ງກັນແລະກັນເພື່ອເປັນພື້ຖານຊຸກຍູ້ການຮ່ວມມື, ພັດທະນາການທູດລັດຖະສະພາ; ເຊື່ອມຕໍ່ ແລະ ເປີດກ້ວາງການພົວພັນຄູ່ຮ່ວມມືລັດຖະສະພາ.

(ແຫຼ່ງຄັດຈາກ VOV)


top