ຂ່າວສານ

ສະພາແຫ່ງຊາດ ຫວຽດນາມ ມອບໂອນຕຳແໜ່ງປະທານ APPF ໃຫ້ແກ່ສະພາແຫ່ງຊາດ ກຳປູເຈຍ

ພາຍຫຼັງການພົບປະ, ໂດຍໄດ້ຮັບການມອບໝາຍຈາກທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ປະຕິບັດຕາມກົດລະບຽບຂອງເວທີປາໄສ APPF

ທ່ານນາງ ຕ່ອງທິຟ໋ອງ ທີ່ພິທີມອບໂອນ

ໃນຂອບເຂດການຢ້ຽມຢາມລາຊະອານາຈັກກຳປູເຈຍ ຢ່າງເປັນທາງການ ແຕ່ວັນທີ 25 – 26 ເມສາ, ວັນທີ 25 ເມສາ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໂດຍທ່ານນາງ ຕ່ອງທິຟ໋ອງ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ, ນຳໜ້າມີການພົບປະກັບທ່ານ Samdech Heng Samrin, ປະທານສະພາແຫ່ງຊາດ ກຳປູເຈຍ. ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ໄດ້ຊົມເຊີຍການຮ່ວມມືຂອງສະພາແຫ່ງຊາດ 2 ປະເທດໃນໄລຍະຜ່ານມາ ແລະ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເພື່ອເພີ່ມທະວີຊຸກຍູ້ການພົວພັນມິດຕະພາບ, ຄວາມສາມັກຄີທີ່ເປັນມູນເຊື້ອຂອງປະເທດບ້ານໃກ້ເຮືອນຄຽງ ກຳປູເຈຍ.

        ພາຍຫຼັງການພົບປະ, ໂດຍໄດ້ຮັບການມອບໝາຍຈາກທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ປະຕິບັດຕາມກົດລະບຽບຂອງເວທີປາໄສ APPF; ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟ໋ອງ ໄດ້ມອບໂອນຕຳແໜ່ງປະທານ APPF ອາຍຸການ 2018 – 2019 ແລະ ສິດຈັດຕັ້ງກອງປະຊຸມປະຈຳປີຄັ້ງທີ 27 ໃຫ້ແກ່ກຳປູເຈຍ.

        ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານນາງ ຕ່ອງທິຟ໋ອງ ໄດ້ເຈລະຈາກັບຄະນະຜູ້ແທນສະພາແຫ່ງຊາດ ກຳປູເຈຍ ໂດຍທ່ານ Nguon Nhil, ຮອງປະທານທີສອງສະພາແຫ່ງຊາດ ກຳປູເຈຍ ນຳໜ້າ.

(ແຫຼ່ງຄັດຈາກ VOV)



top