ຂ່າວສານ

ສະພາແຫ່ງຊາດ ຫວຽດນາມ ປາດຖະໜາຢາກສືບຕໍ່ຮ່ວມມືກັບ ລັດເຊຍ ຢ່າງແທດຈິງ ແລະ ປະສິດທິຜົນ

ສະຫະພັນ ລັດເຊຍ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ໃຫ້ບຸລິມະສິດ, ສຳຄັນແຖວໜ້າໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ; ສະພາແຫ່ງຊາດ ຫວຽດນາມ ປາດຖະໜາຢາກສືບຕໍ່ຮ່ວມມືກັບ ລັດເຊຍ ຢ່າງແທດຈິງ ແລະ ມີປະສິດທິຜົນ
  ການເຮັດວຽກລະຫວ່າງສອງຝ່າຍ   

ຕອນບ່າຍວັນທີ 17 ກຸມພາ ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານ Andrey Yatskin, ຮອງປະທານຜູ້ທີໜຶ່ງ ສະພາສູງ ລັດເຊຍ, ປະທານກຸ່ມຮ່ວມມືກັບສະພາແຫ່ງຊາດ ຫວຽດນາມ ຂອງສະພາສູງ ລັດເຊຍ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຢັ້ງຢືນວ່າ: ສະຫະພັນ ລັດເຊຍ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ໃຫ້ບຸລິມະສິດ, ສຳຄັນແຖວໜ້າໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ; ສະພາແຫ່ງຊາດ ຫວຽດນາມ ປາດຖະໜາຢາກສືບຕໍ່ຮ່ວມມືກັບ ລັດເຊຍ ຢ່າງແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ ເພື່ອຜົນປະໂຫຍດລວມຂອງສອງປະເທດ.

ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະ ທ່ານຮອງປະທານຜູ້ທີໜຶ່ງ ສະພາສູງ ລັດເຊຍ Andrey Yatskin ໄດ້ເຫັນດີເປັນເອກະພາບສ້າງຮ່າງຂໍ້ຕົກລົງການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາສູງ ລັດເຊຍ ໃຫ້ສຳເລັດໂດຍໄວເພື່ອລົງນາມຄືນໃໝ່. ການນຳສອງທ່ານໄດ້ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມື, ຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງສອງປະເທດຕາມທິດແທດຈິງ ແລະ ມີປະສິດທິຜົນ, ໂດຍສະເພາະແມ່ນຂົງເຂດກະສິກຳ, ປ່າໄມ້, ສິນໃນນ້ຳ, ທັນຍາຫານ. ໄປຄຽງຄູ່ກັນນັ້ນ, ສອງຝ່າຍໄດ້ເຫັນດີເປັນເອກະພາບເປີດສາຍການບິນຄືນໃໝ່ ພາຍຫຼັງໂລກລະບາດໂຄວິດ  -19 ເພື່ອຊຸກຍູ້ການຮ່ວມມືດ້ານທ່ອງທ່ຽວ, ເພີ່ມທະວີການພົບປະແລກປ່ຽນປະຊາຊົນ, ຮ່ວມມືດ້ານເສດຖະກິດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງນັກລົງທຶນ, ວິສາຫະກິດ ແລະ ປະຊາຊົນສອງປະເທດ.


top