ຂ່າວສານ

ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄຂກອງປະຊຸມວິສາມັນຄັ້ງທີ I, ຕັດສິນຫຼາຍເນື້ອໃນສຳຄັນ

      “ອີງໃສ່ຄວາມຮຽກຮ້ອງຕ້ອງການທີ່ຈຳເປັນຂອງປະເທດຊາດ, ອີງໃສ່ຂໍ້ກຳນົດຂອງລັດຖະທຳມະນູນ, ກົດໝາຍ, ຄະນະປະຈຳສະພາແຫ່ງຊາດ ໄດ້ຕົກລົງຮຽກໂຮມກອງປະຊຸມວິສາມັນເທື່ອທີ I, ສະພາແຫ່ງຊາດຊຸດທີ XV ແນໃສ່ພິຈາລະນາ, ຕົກລົງບັນດາບັນຫາໃຫຍ່, ສຳຄັນ, ຮີບດ່ວນກ່ຽວກັບເສດຖະກິດ, ສັງຄົມ, ການເງິນ, ງົບປະມານ, ເພື່ອໜູນຊ່ວຍໂຄງການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ”.
ການນຳພັກ, ລັດ, ລັດຖະບານເຂົ້າຮ່ວມພິທີໄຂກອງປະຊຸມວິສາມັນຄັ້ງທີ I, ສະພາແຫ່ງຊາດຫວຽດນາມ ຊຸດທີ XV (ພາບ: TTXVN)
      ຕອນເຊົ້າວັນທີ 04 ທັນວາ, ຢູ່ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ໄຂກອງປະຊຸມວິສາມັນຄັ້ງທີ I ຕາມຮູບການທາງໄກ ໂດຍເຊື່ອມຕໍ່ກັບ 62 ແຂວງ, ນະຄອນ. ເຂົ້າຮ່ວມພິທີໄຂ ມີທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກ ກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້, ພ້ອມດ້ວຍບັນດາສະມາຊິກສະພາແຫ່ງຊາດຊຸດທີ XV. ກອງປະຊຸມໄດ້ຮັບການຖ່າຍທອດສົດຜ່ານທາງໂທລະພາບ ແລະ ວິທະຍຸກະຈາຍສຽງ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ກ່າວຄຳເຫັນທີ່ພິທີໄຂ (ພາບ: TTXVN)
      ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ຊີ້ແຈ້ງວ່າ ການແຜ່ລະບາດຂອງພະຍາດໂຄວິດ - 19 ຄັ້ງ 4 ດ້ວຍໄວຣັດກາຍພັນ Delta ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງເຖິງທຸກດ້ານຂອງຊີວິດເສດຖະກິດ - ສັງຄົມ. ເຖິງວ່າສະພາບການຂອງຊຸມເດືອນທ້າຍປີມີການຜັນແປຢ່າງຕັ້ງໜ້າກໍ່ຕາມ ແຕ່ພື້ນຖານເສດຖະກິດ ຍັງປະເຊີນໜ້າກັບສິ່ງທ້າທາຍນາໆປະການ: ເປັນຕົ້ນແມ່ນ ການເຕີບໂຕເສດຖະກິດທັງປີ ຄາດວ່າບັນລຸ 2,58%, ການເຄື່ອນໄຫວຜະລິດ, ດໍາເນີນທຸລະກົດ, ຊີວິດການເປັນຢູ່ຂອງຊາວຜູ້ອອກແຮງງານກໍປະສົບກັບຄວາມຫຍຸ້ງຍາກ, ການປະຕິບັດເປົ້າໝາຍເສດຖະກິດ - ສັງຄົມໃນໄລຍະສັ້ນ ແລະ ໄລຍະກາງກໍຖືກຜົນສະທ້ອນ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ຊີ້ແຈ້ງວ່າ:
        “ອີງໃສ່ຄວາມຮຽກຮ້ອງຕ້ອງການທີ່ຈຳເປັນຂອງປະເທດຊາດ, ອີງໃສ່ຂໍ້ກຳນົດຂອງລັດຖະທຳມະນູນ, ກົດໝາຍ, ຄະນະປະຈຳສະພາແຫ່ງຊາດ ໄດ້ຕົກລົງຮຽກໂຮມກອງປະຊຸມວິສາມັນເທື່ອທີ I, ສະພາແຫ່ງຊາດຊຸດທີ XV ແນໃສ່ພິຈາລະນາ, ຕົກລົງບັນດາບັນຫາໃຫຍ່, ສຳຄັນ, ຮີບດ່ວນກ່ຽວກັບເສດຖະກິດ, ສັງຄົມ, ການເງິນ, ງົບປະມານ, ເພື່ອໜູນຊ່ວຍໂຄງການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ”.
        ໃນວາລະປະຊຸມຂອງວັນທີ 4 ມັງກອນ, ສະພາແຫ່ງຊາດຊຸດທີ XV ໄດ້ພິຈາລະນາ, ຮັບຮອງເອົາມະຕິວ່າດ້ວຍການປະຕິບັດທົດລອງບາງກົນໄກ, ນະໂຍບາຍສະເພາະການພັດທະນາຂອງນະຄອນ ເກີ່ນເທີ ເພື່ອແນໃສ່ຫັນເນື້ອໃນຂອງມະຕິສະບັບຕ່າງໆຂອງສູນກາງພັກ, ກົມການເມືອງກ່ຽວກັບການກໍ່ສ້າງ ແລະ ພັດທະນານະຄອນ ເກີ່ນເທີ ເປັນລະບອບລະບຽບການຢ່າງທັນການ.
        ໃນໜັງສືຍື່ນສະເໜີຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບການປະຕິບັດທົດລອງບາງກົນໄກ, ນະໂຍບາຍສະເພາະການພັດທະນານະຄອນ ເກີ່ນເທີ, ນອກຈາກເປົ້າໝາຍພັດທະນາ ເກີນເທີ ໃຫ້ເປັນສູນກາງຂອງເຂດຊີວະພາບທີ່ສີວິໄລ, ທັນສະໄໝ, ເປັນຕົວເມືອງຫຼັກແຫຼ່ງແກ່ນສານຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ມະຕິກໍຍັງສະເໜີໃຫ້ກໍ່ສ້າງສູນຮ່ວມສຳພັນ, ສູນຜະລິດ, ປຸງແຕ່ງ ແລະ ບໍລິໂພກຜະລິດຕະພັນກະເສດຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຢູ່ ເກີນເທີ ອີກດ້ວຍ.
(ແຫຼ່ງຄັດຈາກ VOV)


top