ຂ່າວສານ

ສະພາແຫ່ງຊາດ ສືບຕໍ່ປ່ຽນໃຫມ່, ຍົກສູງປະສິດທິຜົນການເຄື່ອນໄຫວເພື່ອຮັບໃຊ້ປະເທດຊາດ

ຕອນເຊົ້າວັນທີ 5 ມັງກອນ, ກອງປະຊຸມວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດຫວຽດນາມ ຊຸດທີ XV ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ຫໍສະພາແຫ່ງຊາດ ນະຄອນຫລວງຮ່າໂນ້ຍ. ໂດຍຈະດຳເນີນເປັນເວລາ 4 ວັນ (ຮອດຕອນບ່າຍວັນທີ 9 ມັງກອນ), ກອງປະຊຸມຈັດຂຶ້ນເພື່ອພິຈາລະນາ, ຕົກລົງບາງເນື້ອໃນ, ບັນຫາສຳຄັນ, ຮີບດ່ວນຂອງປະເທດຊາດຕາມຄຳສະເຫນີຂອງລັດຖະບານ ພ້ອມທັງຢັ້ງຢືນຈິດໃຈປ່ຽນໃຫມ່ຢ່າງແຮງ ຂ້ຽວຂາດ ຂອງສະພາແຫ່ງຊາດ ເພື່ອເປົ້າໝາຍສູງສຸດແມ່ນຮັບໃຊ້ປະເທດຊາດ ຮັບໃຊ້ຊາດ.
ກອງປະຊຸມວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດຫວຽດນາມ ຊຸດທີ XV (ພາບ: quochoi.vn)

ນີ້ເປັນຄັ້ງທີ 2 ທີ່ສະພາແຫ່ງຊາດຊຸດທີ XV ດຳເນີນກອງປະຊຸມວິສາມັນ ເພື່ອພິຈາລະນາ, ແກ້ໄຂບັນດາບັນຫາຮີບດ່ວນ, ຈຳເປັນຂອງປະເທດຊາດ ພາຍຫລັງກອງປະຊຸມວິສາມັນເທື່ອທີຫນຶ່ງໄດ້ຈັດຂຶ້ນຕົ້ນເດືອນ ມັງກອນປີ 2022. ເລື່ອງຈັດຕັ້ງກອງປະຊຸມວິສາມັນເທື່ອທີ 2 ແມ່ນສືບຕໍ່ສະແດງໃຫ້ເຫັນຄວາມເປັນເຈົ້າການ, ມີຄວາມຮັບຜິດຊອບຂອງສະພາແຫ່ງຊາດ ໃນການສ້າງພື້ນຖານດ້ານນິຕິກຳເພື່ອແກ້ໄຂບັນດາຫນ້າທີ່ຮີບດ່ວນຂອງປະເທດຊາດ, ພ້ອມທັງປັບປຸງປະຖົມປັດໄຈເພື່ອໃຫ້ສະພາແຫ່ງຊາດສືບຕໍ່ປ່ຽນໃຫມ່ການເຄື່ອນໄຫວຢ່າງມີໄຫວພິບ ແລະ ມີປະສິດທິຜົນກວ່າ.

ສືບຕໍ່ຈິດໃຈປ່ຽນໃຫມ່, ຍົກສູງປະສິດທິຜົນການບໍລິຫານປະເທດຊາດ

ເມື່ອປຽບທຽບກັບກອງປະຊຸມເທື່ອທີ 1 ກ່ອນນີ້ ຫນຶ່ງປີ, ຈຸດໃຫມ່ໃນກອງປະຊຸມວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ XV ນີ້ແມ່ນເລື່ອງຈັດຕັ້ງກອງປະຊຸມແບບເຊິ່ງຫນ້າຢູ່ຫໍປະຊຸມ, ເວລາດຳເນີນກອງປະຊຸມກໍ່ໄດ້ຫລຸດລົງເຄິ່ງຫນຶ່ງ.

ທ່ານ ຫງວຽນຊີ໋ຢູ໋ງ ອະດີດຮອງຫົວຫນ້າຫ້ອງວ່າການສະພາແຫ່ງຊາດ ຖືວ່າ ໄລຍະຜ່ານມາ ເປັນຕົ້ນໃນປີ 2022, ສະພາແຫ່ງຊາດ ສືບຕໍ່ເສີມຂະຫຍາຍຈິດໃຈປ່ຽນໃຫມ່, ຂ້ຽວຂາດຢ່າງແຮງກ່ຽວກັບເນື້ອໃນ ແລະ ວິທີການເຄື່ອນໄຫວ, ໃກ້ຊິດຕິດແທດກັບພຶດຕິກຳຕົວຈິງຂອງຊີວິດ ເພື່ອໃຫ້ມີລັດຖະນະໂຍບາຍຖືກຕ້ອງ, ທັນການ, ສືບຕໍ່ຮ່ວມເດີນທາງກັບລັດຖະບານ ແກ້ໄຂຄວາມຫຍຸ້ງຍາກຂໍ້ຕັດຂັດ. ນີ້ແມ່ນບາດກ້າວຫັນປ່ຽນເປັນຫນ້າຊື່ນຊົມສຳລັບພື້ນຖານບໍລິຫານປະເທດຊາດ.

“ລັດຖະບານ ພ້ອມກັບສະພາແຫ່ງຊາດ ແມ່ນສອງອົງການຂອງພື້ນຖານບໍລິຫານປະເທດຊາດ. ລັດຖະບານກຳນົດນະໂຍບາຍ ສ່ວນສະພາແຫ່ງຊາດແມ່ນກວດກາຕັດສິນນະໂຍບາຍ. ລັດຖະບານຈັດຕັ້ງການປະຕິບັດ ສ່ວນສະພາແຫ່ງຊາດຕິດຕາມກວດກາ. ສະນັ້ນເລື່ອງຈັດຕັ້ງບັນດາກອງປະຊຸມວິສາມັນຂອງສະພາແຫ່ງຊາດ ແມ່ນຈຳເປັນຕ້ອງມີ.ເລື່ອງສະພາແຫ່ງຊາດຈັດກອງປະຊຸມວິສາມັນນັບມື້ນັບຫລາຍຂຶ້ນ ແມ່ນສັນຍານເປັນຫນ້າຊື່ນຊົມ ເພາະເຮັດຄືແນວນັ້ນ ເພື່ອໃຫ້ພວກເຮົາຈຶ່ງກ້າວໄປເຖິງພື້ນຖານບໍລິຫານປະເທດຊາດໄດ້ດີກວ່າ, ມີສະພາແຫ່ງຊາດເປັນມືອາຊີບກວ່າ”

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ (ພາບ: quochoi.vn)

ພິຈາລະນາ, ຕົກລົງຫລາຍບັນຫາສຳຄັນ ເພື່ອເປົ້າໝາຍພັດທະນາປະເທດຊາດ.

ກອງປະຊຸມວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ XV ດຳເນີນໄປໃນສະພາບທົ່ວປະເທດພວມສືບຕໍ່ມານະພະຍາຍາມຜັນຂະຫຍາຍການປະຕິບັດບັນດາຫນ້າທີ່ການເມືອງ ເພື່ອແນໃສ່ຫັນມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ມະຕິກອງປະຊຸມເທື່ອທີ 6 ຄະນະບໍລິຫານງານສູນກາງພັກຊຸດທີ XIII, ບັນດາມະຕິກອງປະຊຸມເທື່ອທີ 4, ສະພາແຫ່ງຊາດຊຸດທີ  XV ໃຫ້ເປັນລະອຽດ. ເລື່ອງຈັດຕັ້ງກອງປະຊຸມວິສາມັນເທື່ອທີ 2 ສະພາແຫ່ງຊາດຊຸດທີ  XV ມີຄວາມໝາຍສຳຄັນ ເພື່ອພິຈາລະນາ, ຕົກລົງບັນດາບັນຫາຮີບດ່ວນ, ຈຳເປັນ ຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງຊີວິດການເປັນຢູ່ໃຫ້ທັນການ.

ທ່ານ ບຸ່ຍວັນເກື່ອງ, ເລຂານຸການສະພາແຫ່ງຊາດ, ຫົວຫນ້າຫ້ອງວ່າການສະພາແຫ່ງຊາດ ເນັ້ນຫນັກຢ່າງແຮງເຖິງລັກສະນະ “ວິສາມັນ”ຂອງກອງປະຊຸມ ແມ່ນຕິດພັນກັບປັດໄຈ “ຮີບດ່ວນ”. ຕາມນັ້ນແລ້ວ, ເມື່ອມີວຽກງານຈຳເປັນ, ຮີບດ່ວນ, ສະພາແຫ່ງຊາດ ຈະມີກອງປະຊຸມວິສາມັນຕື່ມອີກນອກຈາກກອງປະຊຸມສາມັນສອງຄັ້ງ ດ້ວຍເປົ້າໝາຍສູງສຸດແມ່ນຮັບໃຊ້ປະຊາຊົນ, ຮັບໃຊ້ການພັດທະນາຂອງປະເທດຊາດ, ຮັບປະກັນຫັນແຜນນະໂຍບາຍ, ມະຕິຂອງພັກເຂົ້າຊີວິດຕົວຈິງ. ຈິດໃຈນີ້ ໂດຍແມ່ນທ່ານປະທານສະພາແຫ່ງຊາດ ເວື່ອງດິ່ງເຫ້ວ ໄດ້ເນັ້ນຫນັກເປັນພິເສດຢູ່ວາລະປະຊຸມຂອງຄະນະປະຈຳສະພາແຫ່ງຊາດ ກະກຽມໃຫ້ກອງປະຊຸມວິສາມັນເທື່ອນີ້.

ຫລັກການແມ່ນຮີບດ່ວນ, ມີຄວາມຈຳເປັນ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງຊີວິດຢ່າງທັນທີ ໂດຍໄດ້ກະກຽມຢ່າງລະອຽດລອບຄອບ, ຄົບຖ້ວນ. ທີຫນຶ່ງ ແມ່ນການວາງແຜນກຳນົດສັງລວມຂອງຊາດ. ທີສອງແມ່ນພິຈາລະນາຮັບຮອງເອົາຮ່າງກົດໝາຍວ່າດ້ວຍການກວດປິ່ນປົວພະຍາດ ສະບັບປັບປຸງ. ທີສາມ ແມ່ນລາຍງານການສະຫລຸບຕີລາຄາການປະຕິບັດຂໍ້ກຳນົດຢູ່ ມາດຕາ 3 ຂອງມະຕິເລກທີ 30/2021/ສພ15 ກ່ຽວກັບບັນດານະໂຍບາຍປ້ອງກັນ ຕ້ານໂລກລະບາດໂຄວິດ 19 ກໍ່ຄືເລື່ອງສະເຫນີບາງກົນໄກນະໂຍບາຍໃຫ້ຂະແຫນງສາທາລະນະສຸກ. ທີ 4 ແມ່ນບາງບັນຫາຮີບດ່ວນຕ່າງໆກ່ຽວຂ້ອງເຖິງດ້ານການເງິນ ແລະ ງົບປະມານ”

ບັນດາສະມາຊິກສະພາແຫ່ງຊາດ ແລະ ຜູ້ມີສິດເລືອກຕັ້ງໃນທົ່ວປະເທດ ຕີລາຄາສູງຈິດໃຈປ່ຽນໃຫມ່ ພ້ອມກັບຄວາມຕັດສິນໃຈຢ່າງແຮງຂອງສະພາແຫ່ງຊາດ ຮ່ວມເດີນທາງພ້ອມກັບລັດຖະບານ, ປະເທດຊາດ ເພື່ອແກ້ໄຂບັນດາບັນຫາສຳຄັນກ່ຽວຂ້ອງເຖິງຊີວິດການເປັນຢູ່ຂອງປະຊາຊົນ ແລະ ເພື່ອປະເທດຊາດ. ເຊື່ອ ໝັ້ນ ວ່າ ກອງປະຊຸມວິສາມັນເທື່ອທີ 2 ນີ້ ຈະສ້າງພື້ນຖານສຳຄັນ ພ້ອມທັງເພີ່ມກຳລັງຫນູນເພື່ອໃຫ້ທົ່ວພັກ, ທົ່ວປວງຊົນ ປະຕິບັດເປົ້າໝາຍພັດທະນາເສດຖະກິດສັງຄົມປີ 2023 ແລະ ຊຸມປີຕໍ່ໄປຢ່າງມີໄຊ.


top