ຂ່າວສານ

ສະພາແຫ່ງຊາດ ກ້າວເຂົ້າສັບປະດາເຮັດວຽກທີ 3

      ໃນວັນທີ 6 ພະຈິກ, ກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຊຸດທີ 14 ກ້າວເຂົ້າສັບປະດາເຮັດວຽກທີ 3.

ສະພາແຫ່ງຊາດ 
      ຄາດຄະເນວ່າ, ສະພາແຫ່ງຊາດ ຈະສະຫງວນ 2 ວັນຕົ້ນສັບປະດາ ເພື່ອ ປຶກສາຫາລືບັນດາບົດລາຍງານກ່ຽວກັບວຽກງານຂອງປະທານສານປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດປີ 2017; ວຽກງານປ້ອງກັນ, ຕ້ານອາດຊະຍາກຳ ແລະ ການລະເມີດກົດໝາຍ; ວຽກງານປະຕິບັດຄຳສັ່ງຂອງສານ; ວຽກງານຄວບຄຸມການສໍ້ລາດບັງຫລວງ ປີ 2017 ແລະ ປຶກສາຫາລືກ່ຽວກັບການປະຕິບັຄາດໝາຍແຫ່ງຊາດກ່ຽວກັບ ຄວາມສະເໝີພາບລະຫວ່າງຍິງ-ຊາຍ.
        ແລະກໍ່ໃນສັບປະດານີ້, ສະພາແຫ່ງຊາດຈະລົງຄະແນນສຽງຮັບຮອງເອົາມະຕິກ່ຽວກັບແຜນການພັດທະນາເສດຖະກິດ, ສັງຄົມ ປີ 2018.
 (ແຫຼ່ງຄັດຈາກ VOV)

top