ຂ່າວສານ

ສະພາແຫ່ງຊາດ ກຳປູເຈຍ ປ່ອນບັດໄວ້ວາງໃຈສຳລັບທ່ານ Samdech Techo Hunsen ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ

      ນອກຈາກນັ້ນ, ສະພາແຫ່ງຊາດ ກຳປູເຈຍ ກໍ່ໄດ້ປ່ອນບັດໄວ້ວາງໃຈໃຫ້ຄະນະລັດຖະບານ ລາຊະອານາຈັກ ໂດຍທ່ານນາຍົກລັດຖະມົນຕີ Samdech Hun Sen ສະເໜີ.

ກອງປະຊຸມຂອງສະພາແຫ່ງຊາດ ກຳປູເຈຍ
      ຕອນເຊົ້າວັນທີ 6 ກັນຍາ, ສະພາແຫ່ງຊາດ ກຳປູເຈຍ ຊຸດທີ 6 ໄດ້ປ່ອນບັດໄວ້ວາງໃຈສຳລັບທ່ານ Samdech Techo Hun Sen ສືບຕໍ່ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີແຫ່ງລາຊະອານາຈັກ ກຳປູເຈຍ ໃນເວລາ 5 ປີ (ແຕ່ປີ 2018 – 2023) ພາຍຫຼັງທີ່ພັກປະຊາຊົນ ກຳປູເຈຍ (CPP) ຂອງທ່ານຍາດໄດ້ໄຊຊະນະຢ່າງຂາດຂັ້ນໃນການປ່ອນບັດເລືອກຕັ້ງເມື່ອວັນທີ 29 ກໍລະກົດ ຜ່ານມາ. ນອກຈາກນັ້ນ, ສະພາແຫ່ງຊາດ ກຳປູເຈຍ ກໍ່ໄດ້ປ່ອນບັດໄວ້ວາງໃຈໃຫ້ຄະນະລັດຖະບານ ລາຊະອານາຈັກ ໂດຍທ່ານນາຍົກລັດຖະມົນຕີ Samdech Hun Sen ສະເໜີ. ຕາມນັ້ນແລ້ວ, ລັດຖະບານແຫ່ງລາຊະອານາຈັກ ກຳປູເຈຍ ຊຸດທີ 6 ນີ້ລວມມີ: ນາຍົກລັດຖະມົນຕີ Samdech Hun Sen ແລະ ຮອງນາຍົກລັດຖະມົນຕີ 10 ທ່ານ, ລັດຖະມົນຕີຂັ້ນສູງ 17 ທ່ານ ແລະ ລັດຖະມົນຕີ 29 ທ່ານ.
        ທີ່ວາລະປະຊຸມ, ສະມາຊິກສະພາແຫ່ງຊາດຊຸດໃໝ່ 125 ທ່ານໄດ້ເຫັນດີເປັນເອກະພາບເລືອກຕັ້ງທ່ານ Samdech Heng Samrin, ອະດີດປະທານສະພາແຫ່ງຊາດຊຸດທີ 5, ປະທານກິຕິມະສັກພັກ CPP ສືບຕໍ່ດຳລົງຕຳແໜ່ງເປັນປະທານສະພາແຫ່ງຊາດຊຸດທີ 6.
 (ແຫຼ່ງຄັດຈາກ VOV)

top