ຂ່າວສານ

ສະພາເອີຣົບ ໃຫ້ສັດຕະຍາບັນສັນຍາ EVFTA - ກາລະໂອກາດເພື່ອໃຫ້ຫວຽດນາມ ແຊກຊຶມຕະຫຼາດ ອີຢູ

      ວັນທີ 25 ມິຖຸນາ, ສະພາເອີຣົບ ໄດ້ຮັບຮອງເອົາສັນຍາສອງສະບັບລະຫວ່າງສະຫະພາບເອີຣົບ (ອີຢູ) ກັບ  ຫວຽດນາມ ກ່ຽວກັບການຄ້າເສລີ (EVFTA) ແລະ ກ່ຽວກັບການອາລັກຂາການລົງທຶນ (EVIPA), ພ້ອມທັງມອບສິດໃຫ້ຄະນະກໍາມະການ ເອີຣົບ ລົງນາມກັບຫວຽດນາມ ໃນວັນທີ 30 ມິຖຸນາ ຈະມາເຖິງຢູ່ຮ່າໂນ້ຍ.
             ຂໍ້ຕົກລົງດັ່ງກ່າວ ໄດ້ເປີດກາລະໂອກາດເພື່ອໃຫ້ຫວຽດນາມ ໄດ້ແຊກຊຶມຕະຫຼາດຂອງ 28 ປະເທດສະມາຊິກ ສະຫະພາບເອີຣົບ ຢ່າງເລິກເຊິ່ງກວ່າ ກາຍເປັນສະຖານທີ່ດຶງດູດການລົງທຶນຢ່າງແຮງຂອງກຸ່ມ ແລະ ແມ່ນສູນສົ່ງຕໍ່, ເຊື່ອມຕໍ່ບັນດາການເຄື່ອນໄຫວດ້ານການຄ້າ - ການລົງທຶນຂອງ ສະຫະພາບເອີຣົບ ຢູ່ ພາກພື້ນ ອາຊຽນ.
        ທ່ານນາງ Cecilia Malmstrom ຂ້າຫຼວງໃຫຍ່ການຄ້າໄດ້ຍ້ອງຍໍຊົມເຊີຍຄວາມສາມາດບົ່ມຊ້ອນຂອງຫວຽດນາມ, ໂດຍໃຫ້ຂໍ້ສັງເກດວ່າ ຫວຽດນາມ ແມ່ນຕະຫຼາດທີ່ຟົດຟື້ນ ແລະ ຕະຫຼາດຂອງຫວຽດນາມ ກໍ່ນັບມື້ນັບກາຍເປັນຈຸດນັດພົບສໍາລັບວິສາຫະກິດ ເອີຣົບ. ທ່ານນາງ Cecilia Malmstrom ກໍເນັ້ນໜັກວ່າ ນອກຈາກບັນດາຜົນປະໂຫຍດກ່ຽວກັບດ້ານເສດຖະກິດແລ້ວ, ຂໍ້ຕົກລົງສອງສະບັບດັ່ງກ່າວຍັງແນໃສ່ຈຸດປະສົງຊຸກຍູ້ການເຄົາລົບຕໍ່ບັນຫາສິດທິມະນຸດ, ປົກປັກຮັກສາສິ່ງແວດລ້ອມ ກໍຄືສິດຜົນປະໂຫຍດຂອງຜູ້ອອກແຮງງານອີກດ້ວຍ.
        ຕາມການຕີລາຄາຂອງນັກຊ່ຽວຊານ ສັງກັດສູນກາງ WTO ແລະ ການເຊື່ອມໂຍງ, ຂຶ້ນກັບຫ້ອງການການຄ້າ ແລະ ອຸດສາຫະກໍາ ຫວຽດນາມແລ້ວ ສໍາລັບ EVFTA, ຫວຽດນາມ ໃຫ້ຄໍາໝັ້້ນສັນຍາເປີດປະຕູໃຫ້ສະຫະພາບເອີຣົບໃນຫຼາຍຂົງເຂດກວ່າອີກ ເມື່ອທຽບໃສ່ WTO ລວມມີບາງບໍລິການດໍາເນີນທຸລະກິດ, ເບິ່ງແຍງສຸຂະພາບ, ສິ່ງແວດລ້ອມ, ການສຶກສາ, ການແຈກຢາຍ ແລະ ການເງິນ. ເມື່ອສັນຍາ EVFTA ໄດ້ຮັບການລົງນາມ ແລະ ມີຜົນສັກສິດນັ້ນ ຈະຊຸກຍູ້ການຄ້າລະຫວ່າງຫວຽດນາມ ແລະ ສະຫະພາບເອີຣົບຫຼາຍພໍສົມຄວນ ເຊິ່ງເປັນສອງຕະຫຼາດທີ່ມີໂຄງປະກອບຜະລິດຕະພັນເຕີ່ມເຕັມໜູນຊ່ວຍເຊິ່ງກັນແລະກັນ.
 (ແຫຼ່ງຄັດຈາກ VOV)
 


top