ຂ່າວສານ

ສະພາຜູ້ແທນປະຊາຊົນແຫ່ງຊາດຈີນຮັບຮອງເອົາຂໍ້ສະເໜີປັບປຸງລັດຖະທຳມະນູນ

ຕອນບ່າຍວັນທີ 11 ມີນາ, ດ້ວຍບັດເຫັນດີ 2.958 ບັດ, ບັດຄ້ານ 2 ບັດ, ບັດຂາວ 3 ບັດ, ບັດບໍ່ຖືກຕາມການກຳນົດ 1 ບັດ.

ສະພາຜູ້ແທນປະຊາຊົນແຫ່ງຊາດຈີນ ຊຸດທີ 13 ໄດ້ຮັບຮອງເອົາບັນດາເນື້ອໃນປັບປຸງລັດຖະທຳມະນູນ, ໃນນັ້ນມີຂໍ້ສະເໜີຍົກເລີກການຈຳກັດເວລາດຳລົງຕຳແໜ່ງ ສຳລັບຕຳແໜ່ງປະທານປະເທດ.

        ນອກຈາກເລື່ອງຍົກເລີກການຈຳກັດເວລາດຳລົງຕຳແໜ່ງສຳລັບຕຳແໜ່ງປະທານປະເທດແລ້ວ, ເນື້ອໃນຂອງການປັບປຸງລັດຖະທຳມະນູນຄັ້ງທຳອິດ ພາຍຫຼັງກວ່າ 1 ທົດສະວັດນີ້ຍັງລວມມີການນຳແນວຄິດດ້ານການເມືອງຂອງທ່ານປະທານປະເທດ ສີຈີ້ນຜິງ ເຂົ້າລັດຖະທຳຂອງຈີນ.

        ຕາມແຜນການແລ້ວ, ກອງປະຊຸມສະໄໝສາມັນຄັ້ງທີ 1 ສະພາຜູ້ແທນປະຊາຊົນແຫ່ງຊາດຈີນຊຸດທີ 14 ປີ 2018 ຈະແກ່ຍາວເປັນເວລາ 16 ວັນ ແລະ ຈະອັດລົງໃນວັນທີ 20 ມີນາ ຈະມາເຖິງ.

 (ແຫຼ່ງຄັດຈາກ VOV)



top