ຂ່າວສານ

ສະພາບໂລກລະບາດໂຄວິດ-19 ໃນວັນທີ 24 ກັນຍາ

ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງໝົດກວ່າ 231.3 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 4,74 ລ້ານຄົນ.
(ພາບປະກອບ: AFP/TTXVN)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 24 ກັນຍາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງໝົດກວ່າ 231.3 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 4,74 ລ້ານຄົນ. ຈຳນວນຜູ້ຕິດເຊື້ອຍາດໂຄວິດ-19 ລາຍໃໝ່ໃນຮອບເວລາ 24 ຊົ່ວໂມງຜ່ານມາແມ່ນກວ່າ 509.000 ຄົນ ແລະ ຈຳນວນຜູ້ເສຍຊີວິດໃໝ່ແມ່ນເກືອບ 8.600 ຄົນ. ອາເມລິກາ, ອິນເດຍ ແລະ ບຣາຊິນ ແມ່ນ 3 ປະເທດຖືກຜົນປະໂຫຍດຢ່າງໜັກໜ່ວງທີ່ສຸດຕາມລຳດັບ.

ສ່ວນຢູ່ ຫວຽດນາມ ໃນວັນທີ 24 ກັນຍາ, ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ ນັບແຕ່ເວລາ 17 ໂມງຂອງວັນທີ 23 ກັນຍາ ຫາເວລາ 17 ໂມງຂອງວັນທີ 24 ກັນຍາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ 8.537 ຄົນ, ມີ 12.371 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ 203 ຄົນເສຍຊີວິດ. ດັ່ງນັ້ນ, ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 736.972 ຄົນ.

ໃນເຫດການທີ່ກ່ຽວຂ້ອງ, ຕອນບ່າຍວັນທີ 23 ກັນຍາ, ຢູ່ສຳນັກງານສະຖາບັນວິທະຍາສາດການແພດລວມຂອງ ອິນເດຍ (THSTI), ໄດ້ດຳເນີນພິທີລົງນາມໃນບົດບັນທຶກຊ່ວຍຈຳ (MOU) ກ່ຽວກັບການຄົ້ນຄວ້າຕີລາຄາຄຸນນະພາບຂອງວັກຊິນ Nanocovax ໂດຍບໍລິສັດ Nanogen ຫວຽດນາມ ຄົ້ນຄວ້າ ແລະ ພັດທະນາ. ນີ້ຈະແມ່ນພື້ນຖານເພື່ອໃຫ້ບໍລິສັດ Nanogen ຫວຽດນາມ ຊຸກຍູ້ການຜະລິດວັກຊິນເປັນຈຳນວນຫຼາຍ ກໍຄືສຳຜັດກັບຕະຫຼາດສາກົນ ໄປພ້ອມກັບເລື່ອງຜະລິດ, ສະໜອງໃຫ້ແກ່ຄວາມຕ້ອງການໃນການປ້ອງກັນ ຕ້ານໂລກລະບາດໂຄວິດ-19 ຂອງຫວຽດນາມ.

(ແຫຼ່ງຄັດຈາກ VOV)


top