ຂ່າວສານ

ສະພາບໂລກລະບາດໂຄວິດ-19 ຢູ່ຫວຽດນາມ ແລະ ໃນໂລກ

      ນັບແຕ່ເວລາ 18 ໂມງຂອງວັນທີ 27 ເມສາ ຫາເວລາ 6 ໂມງຂອງວັນທີ 28 ເມສາ, ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ.
ສະກັດກັ້ນການເຂົ້າເມືອງຢ່າງຜິດກົດໝາຍເພື່ອປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19
(ພາບປະກອບ: TTXVN)
      ປະຈຸບັນ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຈຳນວນທັງໝົດ 2.857 ຄົນ, ໃນນັ້ນມີຜູ້ຕິດແປດຢູ່ພາຍໃນປະເທດແມ່ນ 1.570 ຄົນ. ມາຮອດປະຈຸບັນ, ຫວຽດນາມ ປິ່ນປົວໃຫ້ຜູ້ຕິດເຊື້ອພະຍາດໂຄວິດ-19 ຫາຍດີໄດ້ 2.516 ຄົນ; ໃນນັ້ນມີ 35 ຄົນເສຍຊີວິດ.
        ຕອນເຊົ້າວັນທີ 28 ເມສາ, ກະຊວງສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າ, ມີຈຳນວນເກືອບ 319.000 ຄົນໄດ້ຮັບການສັກວັກຊິນກັນໂຄວິດ-19 ແລ້ວ.
        ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 28 ເມສາ (ເວລາ UTC), ທົ່ວໂລກມີຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ-19 ລວມທັງໝົດ 3.148.011 ຄົນ ໃນຈຳນວນຜູ້ຕິດເຊື້ອກ່ວາ 149,3 ລ້ານຄົນ. ອາເມລິກາ ຍັງແມ່ນປະເທດມີຜູ້ຕິດເຊື້ອພະຍາດໂຄວິດ-19 ແລະ ເສຍຊີວິດຫຼາຍທີ່ສຸດໃນໂລກ, ຖັດຈາກນັ້ນແມ່ນອິນເດຍ.
(ແຫຼ່ງຄັດຈາກ VOV)


top