ຂ່າວສານ

ສະພາບໂລກລະບາດໂຄວິດ-19 ຢູ່ຫວຽດນາມ ແລະ ໃນໂລກ

      ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດກວ່າ 39,15 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດໄດ້ເພີ່ມຂຶ້ນເປັນ 1.102.412 ຄົນ. ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນກວ່າ 8,68 ລ້ານຄົນ.

(ພາບປະກອບ: AFP/TTXVN)
      ໄລ່ຮອດເວລາ 18 ໂມງຂອງວັນທີ 16 ຕຸລາ, ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່, ເປັນມື້ທີ 44 ແລ້ວທີ່ຫວຽດນາມ ບໍ່ກວດພົບກໍລະນີຕິດໂລກລະບາດໂຄວິດ-19 ໃນຊຸມຊົນ.
        ໄລ່ຮອດຈຸດເວລານີ້, ຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ຫວຽດນາມ ມີທັງໝົດ 1.124 ຄົນ, ໃນນັ້ນໄດ້ປິ່ນປົວຫາຍດີເປັນປົກກະຕິ 1031 ຄົນ. ມີຜູ້ເສຍຊີວິດ 35 ຄົນ.
        ໃນເຫດການທີ່ກ່ຽວຂ້ອງ, ວັນທີ 15 – 16 ຕຸລາ, ບັນດາອົງການທີ່ມີໜ້າທີ່ຂອງຫວຽດນາມ, ສະຖານທູດຫວຽດນາມ ປະຈຳອົດສະຕາລີ ແລະ ລັດເຊຍ ແລະ ບໍລິສັດການບິນ ຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງ 2 ປະເທດດັ່ງກ່າວ ຈັດຖ້ຽວບິນນຳສົ່ງຜົນລະເມືອງຫວຽດນາມ 640 ຄົນກັບຄືນປະເທດດ້ວຍຄວາມປອດໄພ. ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນ ເວີນໂດນ ແຂວງກວາງນິງ ແລະ ສະໜາມບິນເກີ່ນເທີ, ບັນດາຜູ້ໂດຍສານ ແລະ ຈຸບິນທັງໝົດລ້ວນແຕ່ໄດ້ກວດສຸຂະພາບ ແລະ ໄດ້ແຍກຕົວຕາມຂໍ້ກຳນົດ.
        ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 16 ຕຸລາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດກວ່າ 39,15 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດໄດ້ເພີ່ມຂຶ້ນເປັນ 1.102.412 ຄົນ. ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນກວ່າ 8,68 ລ້ານຄົນ.
        ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດດ້ວຍຜູ້ຕິດເຊື້ອພະຍາດກວ່າ 8,21 ລ້ານຄົນ, ມີຜູ້ເສຍຊີວິດ 222.706 ຄົນ. ຖັດຈາກນັ້ນແມ່ນອິນເດຍ ແລະ ບຣາຊິນ.
(ແຫຼ່ງຄັດຈາກ VOV)


top