ຂ່າວສານ

ສະພາບໂລກລະບາດໂຄວິດ-19 ຢູ່ພາຍໃນປະເທດ ແລະ ໃນໂລກ

      ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 22 ໂມງຂອງວັນທີ 28 ຕຸລາ (ຕາມເວລາ ຫວຽດນາມ), ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ-19 ແມ່ນ 44.390.969 ຄົນ, ໃນນັ້ນ ມີ 1.174.109 ຄົນເສຍຊີວິດ.

ຫວຽດນາມ ມີ 1.062 ຄົນຕິດເຊື້ອໄດ້ຮັບການປິ່ນປົວຫາຍດີ (ພາບປະກອບ)
      ຕາມຂໍ້ມູນຂ່າວສານຈາກຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ນັບແຕ່ເວລາ 18 ໂມງຂອງວັນທີ 28 ຕຸລາ ຫາເວລາ 6 ໂມງຂອງວັນທີ 29 ຕຸລາ, ຫວຽດນາມ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່, ມາຮອດປະຈຸບັນ ມີຜູ້ຕິດເຊື້ອໂຄວິດ-19 ລວມທັງໝົດແມ່ນ 1.173 ຄົນ, ໃນນັ້ນ ມີ 1.062 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ມີ 35 ຄົນເສຍຊີວິດ.
        ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 22 ໂມງຂອງວັນທີ 28 ຕຸລາ (ຕາມເວລາ ຫວຽດນາມ), ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ-19ແມ່ນ 44.390.969 ຄົນ, ໃນນັ້ນ ມີ 1.174.109 ຄົນເສຍຊີວິດ. ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 32.529.946 ຄົນ. ປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19 ຍັງແມ່ນ ອາເມລິກາ, ຖັດມາແມ່ນປະເທດ ອິນເດຍ ແລະ ບຣາຊິນ.
 (ແຫຼ່ງຄັດຈາກ VOV)
 


top