ຂ່າວສານ

ສະພາບໂລກລະບາດໂຄວິດ-19 ຢູ່ທົ່ວໂລກ

      ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 2 ໂມງຂອງວັນທີ 31 ສິງຫາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ແມ່ນ 25.377.710 ຄົນ, ໃນນັ້ນຜູ້ເສຍຊີວິດແມ່ນ 850.149 ຄົນ.
ຢູ່ເຂດອາເມລິກາເໜືອ ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ, ມີຜູ້ຕິດເຊື້ອໂຄວິດ-19 ແມ່ນ 7.307.541 ຄົນ ແລະ ຜູ້ເສຍຊີວິດ 270.175 ຄົນ. ຕໍ່ຈາກນັ້ນແມ່ນພາກພື້ນອາຊີ, ມີຜູ້ຕິດເຊື້ອໂຄວິດ-19 ແມ່ນ 6.992.409 ຄົນ ແລະ ຜູ້ເສຍຊີວິດ 141.167 ຄົນ.
        ອາເມລິກາ ມີຈຳນວນຜູ້ຕິດເຊື້ອໂຄວິດ ແລະ ມີຜູ້ເສຍຊີວິດຫຼາຍກວ່າໝູ່, ຢືນອັນກັບທີ 2 ແມ່ນບຣາຊິນ, ຖັດຈາກນັ້ນແມ່ນ ອິນເດຍ.
(ແຫຼ່ງຄັດຈາກ VOV)


top